ປາບປາມ ກາຣຄ້າ ມະນຸສ

ອົງກາຣ ປາບປາມ ກາຣຄ້າມະນຸສ ສປປລາວ ຂຍາຍໜ່ວຍງານ ໄປທົ່ວປະເທສ ເພື່ອໃຫ້ມີ ປະສິທທິພາບ ໃນກາຣ ປະຕິບັຕງານ

ເນື່ອງຈາກວ່າ ໃນຣະຍະຜ່ານມາ ມີຊາວລາວ ລັກລອບໄປ ຊອກຫາເຮັດ ວຽກງານ ແບບຜິດກົດໝາຍ ຢູ່ປະເທສ ເພື່ອນບ້ານຢ່າງ ຫລວງຫລາຍ ມາຢ່າງຕໍ່ເນື່ອງ ທັ້ງດ້ວຍຄວາມ ສະມັກໃຈ ແລະຜ່ານເຄືອຂ່າຍ ກາຣຄ້າມະນຸສ ໃນຮູບແບບຕ່າງໆ ດັ່ງນັ້ນກາຣ ຈະປ້ອງກັນ ແລະປາບປາມ ກາຣກະທຳ ດັ່ງກ່າວ ທາງອົງກາຣ ກ່ຽວຂ້ອງຂອງລາວ ຈື່ງໄດ້ຈັດຕັ້ງ ໜ່ວຍງານ ຂຍາຍອອກໄປ ທົ່ວປະເທສ ດັ່ງທີ່ທ່ານ ເພຊມອນ ວົງປະດີດ ໄດ້ກ່າວວ່າ:

ດຽວນີ້ນີ໋ ຖືວ່າໄທເຮົາ ໄດ້ສ້າງຕັ້ງ ໝົດແລ້ວ ຕັ້ງຫວ່າງ 2008 ນີ້ຖືວ່າ ສ້າງແລ້ວໝົດແລ້ວ ເຂົາຮຽກວ່າຕັ້ງ ກອງສືບສວນ ສອບສວນຂື້ນ ທົ່ວປະເທສ ຊ່ວງນີ້ແທ້ກະ ນຳພາພນັກງານ ອອກໄປຝຶກ ອົບຮົມໃຫ້ ແຕ່ລະແຂວງ ທົ່ວປະເທສຢູ່.

ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ກ່າວ ເພີ່ມວ່າ: ອົງກາຣປາບປາມ ກາຣຄ້າມະນຸສ ຂອງລາວດັ່ງກ່າວ ຫາກໍຖືກຈັດ ຕັ້ງຂື້ນໄດ້ 3 ປີຜ່ານມານີ້ ຢູ່ໃນເຂຕ ນະຄອນຫລວງ ວຽງຈັນ ແລະແຂວງໃຫຍ່ ອື່ນໆເຊັ່ນ: ແຂວງວຽງຈັນ ສວັນນະເຂຕ ແລະຈຳປາສັກ ຊື່ງເປັນກາຣ ຈັດຕັ້ງເຂົ້າຮ່ວມ ກັບພາກສ່ວນ ທີ່ມີມາແລ້ວນັ້ນ ຈົນເຖີງທ້າຍປີ 2008 ຈື່ງມີກາຣ ຂຍາຍໜ່ວຍງານ ອອກໄປໃຫ້ທົ່ວ ກັບແຂວງອື່ນໆ ໃນທົ່ວປະເທສ ເພື່ອສືບສວນ ແລະສອບສວນ ດຳເນີນຄະດີ ກັບບຸຄຄົນທີ່ ພົວພັນກັບກຸ່ມ ຄົນທີ່ຫລອກລວງ ປະຊາຊົນ ໃຫ້ຕົກໄປເປັນ ເຫຍື່ອຂອງກາຣ ຄ້າມະນຸສ ຂ້າມຊາຕ ພ້ອມກັບໃຫ້ ຄວາມຊ່ວຍເຫລືອ ແກ່ພວກທີ່ຖືກ ຕົກເປັນເຫຍື່ອ ແລ້ວສົ່ງຕໍ່ໃຫ້ ໜ່ວຍງານຂອງ ກະຊວງແຮງງານ ແລະສວັສດີກາຣ ສັງຄົມຕໍ່ໄປ ໂດຽສະເພາະ ກໍເພື່ອຊ່ວຍ ໃນດ້ານ ຝຶກອົບຮົມ ວິຊາຊີພ ແລະທາງດ້ານ ຈີຕໃຈ ແກ່ເຂົາເຈົ້າ ໃນຂັ້ນຕໍ່ໄປ.

ຢ່າງໃດກໍຕາມ ຄົງຄາດວ່າຍັງ ຕ້ອງໄດ້ໃຊ້ ເວລາເພື່ອໃຫ້ ສາມາດຂຍາຍ ໜ່ວຍງານ ໃຫ້ໄປທົ່ວເຖີງ ທຸກແຂວງຢ່າງ ສົມບຸນແບບ ໂດຽສະເພາະ ທີ່ຈະຕ້ອງ ມີກາຣຝຶກ ອົບຮົມ ໃຫ້ຄວາມຮູ້ ແກ່ບັນດາ ພນັກງານກ່ຽວຂ້ອງ ນັ້ນເຊັ່ນກັນ ເພື່ອໃຫ້ ສາມາດ ປະຕິບັຕ ວຽກງານ ໃຫ້ມີ ປະສິທທິພາບ ແລະໂດຽສະເພາະ ກໍເພື່ອໃຫ້ ສາມາດ ຫລຸດຜ່ອນບັນຫາ ຂອງກາຣ ລັກລອບ ຄ້າມະນຸສ ນັ້ນໃຫ້ໄດ້ ໃນອະນາຄົຕ.



2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org