ສາວລາວ 4 ຄົນ ຖືກຈັບ ທີ່ອຸດອນ

ຍິງສາວ ຊາວລາວ 4 ຄົນ ຖືກ ເຈົ້າໜ້າທີ່ ຕໍາຣວດ ເມືອງອຸດອນ ຈັບ ໃນຂໍ້ຫາ ຂາຍບໍຣິການ ທາງເພສ, ອີງຕາມ ແຫລ່ງຂ່າວ ທ້ອງຖີ່ນ ແຈ້ງຕໍ່ທາງ ວິທຍຸ ເອເຊັຽເສຣີ.

ໃນ​ຕອນ​ກາງຄືນ ​ຂອງ​ມື້​ວັນ​ເສົາ ​ທີ່ 7 ມີ​ຖຸນາ​ນີ້ ທາງ​ເຈົ້າໜ້າ​ທີ່ ​ຕຳ​ຣວຈ​ ເມືອງ​ອຸດອນ​ທານີ ​ໄດ້​ນຳ ​ກຳລັງ​ ອອກ​ລາຕ​ເວນ ​ເພື່ອ​ຮັກສາ ຄວາມ​ເປັນຣະບຽບ ຮຽບຮ້ອຍ ​ຕາມ​ ເສັ້ນທາງ ​ຕ່າງໆ ​ໃນ​ຕົວ​ເມືອງ ​ອຸດອນ​ທານີ ​ແລະ ​ກໍ​ພົບ​ເຫັນ ​ມີ​ກຸ່ມ ​ຍີ​ງສາວ 4 ຄົນ ​ທີ່​ຍ່າງ​ ໄປມາ​​ແບບ ​ບໍ່​ຢ້ານ​ກົວ ​ຕໍ່​ທາງ​ ເຈົ້າໜ້າ​ທີ່​ ກົດໝາຍ​ ແຕ່​ຢ່າງ​ໃດ ເຮັດ​ໃຫ້​ທາງ​ເຈົ້າໜ້າ​ທີ່ ​ມີ​ຄວາມ​ສົງສັຍ ຈື່ງ​ແຈ້ງ​ຕົວ​ວ່າ ​ເປັນ​ຕຳ​ຣວຈ ​ແລ້ວ​ກໍ​​ເຂົ້າຈັບ ນຳ​ຕົວ​ ໄປ​ສືບ​ສວນ

​ຍິງ​ສາວ ດັ່ງກ່າວ ​ໄດ້​ແກ່: ນາງ​ບັງອອນ ພົມມະ​ຈີ​ຕ, ນາງ​ລາ​ນີ ຈັນ​ວົງສາ, ນາງ​ແອ໊ດ ທັມ​ວົງສາ ​ແລະ ​ນາງ​ແພນ ທີ່​ມີ​ ອາຍຸ​ ແຕ່ 20–21 ປີ ​​ແລະ ວ່າ ​ເປັນຣາສດອນ​ ເມືອງ​ໄຊ​ທານີ ນະຄອນ ຫລວງ​ວຽງ​ຈັນ.

ພາຍຫລັງ ​ດຳ​ເນີນ​ ກາຣສືບສວນ​-ສອບ​ສວນ ​ແລ້ວ​ ຍີ​ງສາວ​ລາວ ​ທັງ​ໝົດ ​ດັ່ງກ່າວ ​ກໍ​ສາຣະພາບ​ວ່າ ​ໄດ້​ພາກັນ ​ຂ້າມ​ດ່ານ​ຊາຍ​ແດນ ​ທີ່​ຂົວ​ມິ​ຕພາບ ​ໜອງ​ຄາຍ ຢ່າງ​ຖືກຕ້ອງ​ ຕາມ​ກົດໝາຍ ​ແລະ ​ພາກັນ​ເຊົ່າ​ຫ້ອງ​ພັກ ​ຢູ່ໃນ​ເຂ​ຕຕົວ​ເມືອງ ​ອຸດອນ​ ເພື່ອ​ຂາຍ​ບໍຣິກາຣ ທາງ​ເພສ​ ​ແລະວ່າ ​ກ່ອນ​ໃບ​ອະນຸຍາດ ​ຜ່ານ​ແດນ ​ຈະ​ໝົດ​ອາຍຸ ​ກໍ​ພາກັນ ​ກັບ​ຄືນ ສປປລາວ ​ແລ້ວ​ກໍ ​ຂໍ​ໃບ​ອະນຸຍາດ ​ເດີນທາງ​ ໄປ​ຍັງ​ປະ​ເທດ​ໄທຽ ຕື່ມ​ອີກ ​ແລະ ​ກໍ​ເຄີຽພາກັນ ​ເຮັດ​ແບບ​ນີ້ ​ມາ​ແລ້ວ​ຫລາຍໆ​ເທື່ອ​ ໃນ​ຣະຍະ​ຜ່ານ​ມາ.

​ເຈົ້າໜ້າ​ທີ່ ​ຕຳ​ຣວຈ​ໄທຽ ​ໄດ້​ແຈ້ງ ​ເພີ່ມ​ວ່າ: ​ໃນ​ຂະນະ​ນີ້​ ກຳ​ລັງ​ປະກອບ​ ສຳ​ເນົາ ​ເພື່ອ​ຍື່ນ ​ຕໍ່​ທາງ​ກາຣສາລ​ ໄທຽ ດຳ​ເນີນ​ ຕາມ​ກົດໝາຍ ​ເຊັ່ນ​ດຽວ​ກັບ ​ທີ່​ເຄີຽ ​ໄດ້​ປະຕິບັຕ ມາ​ແລ້ວ ​ກັບ​ຜູ້​ຕ້ອງ​ຫາ ​ທີ່​ຈັບ​ໄດ້​ຕາມ​ຫ້າງ​ຮ້ານ ​ສະຖານ​ທີ່ ​ບັນ​ເທີ​ງ ຄາຣາ​ໂອ​ເກະ ​ຕ່າງໆ ຕາມ​ເຂ​ຕຊາຍ​ແດນ ​ແລະ​ວ່າ ​ຫລັງ​ຈາກ ​ຈັດ​ສົ່ງ​ ກັບ​ບ້າ​ນ​ເດີມ ​ແລ້ວ ສ່ວນ​ຫລາຍ ​ກໍ​ຈະ​ຫາ​ວິທີ​ທາງ ​ເຂົ້າ​ໄປ​ຍັງ ​ປະ​ເທດ​ໄທຽ ຄືນ​ໃໝ່ ​ດັ່ງກ່າວ​ນີ້​ຕລອດ​ມາ.