ກົດຟັງສຽງ
ເມື່ອສັປດາ ກ່ອນ ວິທຍຸ ເອເຊັຍເສຣີ ຂອງພວກເຮົາ ອອກຂ່າວ ກ່ຽວກັບ ອະດີດ ເຈົ້າໜ້າທີ່ ຂັ້ນສູງຂອງ ກະຊວງ ຍຸຕິທັມ ສປປລາວ ໄປຮັບເອົາ ເດັກນ້ອຍ ທີ່ເກີດໃໝ່ ຢູ່ຕາມໂຮງໝໍ ແລະ ໃນເຂດ ຊົນນະບົດ ຫ່າງໄກ ມາລ້້ຽງເປັນ ລູກບຸນທັມ ຊຶ່ງຕາມກົດໝາຍ ຂອງລາວ ໃນປັດຈຸບັນ ແລ້ວຖືວ່າ ເປັນການກະທຳ ທີ່ຖືກຕ້ອງ ຕາມກົດໝາຍ ທຸກຢ່າງ.
ໃນກໍຣະນີ ຂອງ ເຈົ້າໜ້າທີ່ ຜູ້ອອກກິນ ເບັ້ຍບຳນານ ແລ້ວ ທ່ານນີ້ ຫຼັງຈາກ ເອົາເດັກນ້ອຍ ມາລ້ຽງໄດ້ ບໍ່ດົນ ກັບມອບ ເດັກນ້ອຍ ໃຫ້ຊາວ ຕ່າງປະເທດ ໄປລ້ຽງ ເປັນລູກບັນທັມ ຕໍ່ ເພື່ອແລກປ່ຽນ ກັບເງິນ ເຖິງ 5,000 ດອນລ່າ ສະຫະຣັຖ ຕໍ່ເດັກນ້ອຍ ຄົນນຶ່ງ ຊຶ່ງ ທາງການລາວ ຖືວ່າເປັນການ ຂາຍເດັກນ້ອຍ ຫລື ການຄ້າມະນຸດ ອີກແບບນຶ່ງ.
ຫລັງຈາກ ໄດ້ຍິນຂ່າວ ທີ່ວ່ານີ້ ຊາວລາວ ຫລາຍຄົນ ກໍສະແດງ ຄວາມສົມເພດ ເວທນາ ບາງຄົນເວົ້າວ່າ ການຮັບເດັກນ້ອຍ ມາເປັນ ລູກບຸນທັມ ແລ້ວຂາຍໃຫ້ ຊາວຕ່າງຊາດ ນັ້ນຖືວ່າ ບໍ່ຖືກຕ້ອງ ຂາດສິລທັມ ດັ່ງ ຊາວລາວ ຄົນນຶ່ງໃນ ນະຄອນຫລວງ ວຽງຈັນ ເວົ້າວ່າ:
“ຕາມທັສນະ ຂອງເອື້ອຍ ກໍຄິດວ່າ ຖ້າເຮັດແນວຫັ່ນ ກະຖິວ່າມັນ ບໍ່ຍຸຕິທັມ ແລ້ວກະບໍ່ ຖືກຕ້ອງ ເຖິງວ່າບໍ່ແມ່ນ ລູກເລືອດເນື້ອ ເຊື້ອໄຂ ຂອງເຮົາ ກໍຕາມ.”
ຄົນລາວຜູ້ນີ້ ເວົ້າອີກວ່າ ຕາມທັມມະດາ ຄົນທີ່ຮັັບ ເອົາເດັກນ້ອຍ ເກີດໃໝ່ມາລ້ຽງ ເປັນຄົນທີ່ ບໍ່ສາມາດ ມີລູກໄດ້ ແລະເມື່ອຮັບ ມາລ້ຽງແລ້ວ ກໍຖືວ່າເປັນ ລູກຂອງຕົນ ຢ່າງແທ້ຈິງ ທັງໃຫ້ ຄວາມຮັກ ແລະ ຄວາມອີດູ ສົງສານ ຄືກັບລູກ ຂອງຕົນແທ້ໆ.
ໃນກໍຣະນີ ຮັບມາເປັນ ລູກບຸນທັມ ແລ້ວຂາຍ ມັນກໍເປັນເຣື່ອງ ທີ່ແປກປະຫລາດ ທີ່ໂຕເຂົາເອງ ກໍບໍ່ເຫັນ ຈັກເທື່ອ ຢູ່ລາວ ແລະຊໍ້າຮ້າຍ ວ່າແມ່ນ ເຈົ້າໜ້າທີ່ ເບັ້ຍບຳນານ ເປັນໂຕການ ຂາຍເດັກນ້ອຍ ນັ້ນແຮງເປັນ ເຣື່ອງທີ່ ບໍ່ຖືກຕ້ອງ ຢ່າງໃຫຍ່ຫຼວງ ເພາະຜູ້ກ່ຽວ ເຄີຍມີໜ້າທີ່ ຮັບຜິດຊອບສູງ ໃນກະຊວງ ຍຸຕິທັມ.
ຊາວລາວ ຜູ້ນີ້ຍັງໄດ້ ຮຽກຮ້ອງ ໃຫ້ທາງການ ລາວ ລົງໂທດ ຜູ້ກະທໍາຜິດ ຄັ້ງນີ້ ຢ່າງເຂັ້ມງວດ.
