ສປປລາວເຄັ່ງຄັດຕ້ານ ການຄ້າມະນຸສ

ສປປລາວ ເລັ່ງຂຍາຍ ມາຕການຕ່າງໆ ເພື່ອຕໍ່ຕ້ານ ການຄ້າມະນຸສ ແລະ ຄາດວ່າ ຈະມີກົດໝາຍ ຕໍ່ຕ້ານການ ຄ້າມະນຸສ ສະບັບ ທໍາອິດ ຂອງປະເທດ ໃນປີ 2014.
ມະນີຈັນ
2012.07.26

ໃນກົດໝາຍນັ້ນ ຈະຣະບຸ ມາຕຣາ ການລົງໂທດ ນາຍໜ້າ ຄ້າມະນຸສ ຂັ້ນໜັກໜ່ວງ ເພື່ອໃຫ້ ສອດຄ່ອງ ກັບແນວທາງ ຂອງ ກຸ່ມປະເທດ ລຸ່ມ ແມ່ນໍ້າຂອງ. ທ່ານ ບັນດິດ ສີວິໄລ ຫົວໜ້າກົມ ສະກັດກັ້ນ ແລະ ຕ້ານ ການຄ້າມະນຸສ ກະຊວງ ປ້ອງກັນ ຄວາມສງົບ ກ່າວເຖິງ ກົດໝາຍ ຂອງ ສປປລາວ ທີ່ຈະອອກມາ ນັ້ນວ່າ:

"ໂທດສູງສຸດ ຂອງການ ຄ້າມະນຸສ ມັນຈະ ປະຫານຊີວິດ ມັນມີແລ້ວ ກົດໝາຍ ມາຕຣາ 134 ແລ້ວວ່າໂທດ ສູງສຸດ ຫາກຜູ້ໃດເຮັດ ໃຫ້ມີພິການ ຫລືວ່າເຮັດໃຫ້ ເຫຍື່ອ ຖືກເຄາະຮ້າຍ ເສັຽຊີວິດ ຫລືຕິດ ໂຣຄເອດສ hiv ກໍອາດໄປເຖິງ ປະຫານຊີວິດ ສະນັ້ນ ໂທດ ຂອງຄ້າມະນຸສ ກັບ ຢາເສພຕິດນີ້ ຢາກທໍ່ໆກັນ".

ເຫຍື່ອ ຫລື ຜູ້ຖືກຄ້າ ໃນລາວ ສ່ວນໃຫຍ່ ຈະຖືກສົ່ງ ເຂົ້າໄທ ເພາະມີຊາຍແດນ ຕິດຕໍ່ ກັນຍາວ ທັງມີພາສາ ປາກເວົ້າ ທີ່ຄ້າຍຄືກັນ ສາມາດເຂົ້າໃຈ ກັນໄດ້ງ່າຍ ແລະ ສ່ວນໃຫຍ່ ກໍເລີ່ມຈາກ ຄົນງານ ທີ່ສມັກໃຈ ເຂົ້າມາ. ທ່ານ ບັນດິດ ກ່າວຕໍ່ໄປວ່າ:

"ຣະຫວ່າງລາວ ກັບໄທ ເວົ້າເຣື່ອງ ພາສາຄວາມເວົ້າ ມັນຄ້າຍຄືກັນ ບໍ່ຄືເຮົາໄປ ຈີນ ໄປວຽດນາມ ຫລື ໄປພະມ່າ ພາສາ ມັນກໍຍາກຫລາຍ ລາວກັບໄທ ມັນຢາກມີ ຮີດຄອງ ປະເພນີ ອັນດຽວກັນ ສະນັ້ນ ຄົນລາວ ມາຄ້າ ມາອອກແຮງງານ ຫລື ເຄື່ອນຍ້າຍເຂົ້າເມືອງ ຜິດກົດໝາຍ ນີ້ ຢູ່ເມືອງໄທ ກໍຫລາຍ ຈໍານວນນຶ່ງ ກໍຕົກເປັນ ເຫຍື່ອ ຄ້າມະນຸດ".

ແລະວ່າ ມີເຫຍື່ອ ການຄ້າມະນຸດ ຈໍານວນໜ້ອຍ ທີ່ຖືກສົ່ງໄປ ຈີນ ແລະ ກໍມີຊາວວຽດນາມ ທີ່ເຂົ້າມາ ເປັນເຫຍື່ອ ໃນສປປລາວ ເຊັ່ນກັນ. ໃນຣະຫວ່າງປີ 2005 ຫາ 2012 ນີ້ ພວກຖືກຄ້າ ສ່ວນໃຫຍ່ມີ ອາຍຸຕໍ່າກວ່າ 18 ປີ ມາຈາກເຂດ ແຂວງພາກໃຕ້ ຂອງລາວ ເຊັ່ນ ແຂວງ ສາລະວັນ ສະຫວັນນະເຂດ ແລະ ຈໍາປາສັກ.

ນັບແຕ່ປີ 2001 ຈົນເຖິງ ປັດຈຸບັນ ເຫຍື່ອສ່ວນໃຫຍ່ ເປັນຜູ້ຍິງ ອາຍຸຕໍ່າກວ່າ 18 ປີ ຖືກນໍາມາຂາຍ ບໍຣິການ ທາງເພດ ຫລືເຮັດວຽກ ຮັບໃຊ້ໃນບ້ານ ສ່ວນຜູ້ຊາຍ ມີໜ້ອຍກວ່າ ແລະ ຈະຖືກສົ່ງໄປ ເຮັດວຽກ ຢູ່ນໍາເຮືອປະມົງ ແລະ ໂຮງງານ ອຸດສາຫະກັມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.