ຫຼັງລະດູເກັບກ່ຽວ ໃຫ້ລະວັງພວກນາຍໜ້າ

ຫລັງລະດູ ເກັບກ່ຽວ ໃນນາ ມັກຈະມີ ນາຍໜ້າ ເຂົ້າໄປ ຕົວະຍົວະ ເອົາຄົນລາວ ໄປເຮັດວຽກ ຢູ່ ຕ່າງປະເທດ.

0:00 / 0:00

ກົດຟັງສຽງ

ເຈົ້າໜ້າທີ່ ຈາກ ອົງການ ຕ້ານ ການຄ້າ ມະນຸດ ໃນລາວ ເຕືອນວ່າ ຫລັງຈາກ ລະດູ ເກັບກ່ຽວ ແລ້ວ ມັກຈະມີ ນາຍໜ້າ ເຂົ້າໄປ ຕົວະຍົວະ ເອົາ ຊາຍຫນຸ່ມ ຍິງສາວ ລາວ ໃນເຂດ ຊົນນະບົດ ຫ່າງໄກ ວ່າໄປຊອກ ວຽກເຮັດ ງານທໍາ ແຕ່ກັບຫຼອກ ໄປຂາຍ ໃນ ປະເທດໄທ. ຈາກນັ້ນ ເຂົາເຈົ້າ ກໍຈະຕົກ ໄປຢູ່ໃນ ສະຖານທີ່ ບັນເທິງ ຄາຣາໂອເກ໋ ຫລື ໂຮງ ໂສເພນີ:

"ໃນຊ່ວງ ທີ່ຫລັງຈາກ ທໍານານີ້ ກໍ ປະມານ ເດືອນນື່ງ ເນາະ ຊ່ວງທີ່ ເຂົາເຈົ້າ ບໍ່ມີວຽກ ເຮັດຫຍັງ ຈາກແລ້ວ ທໍານາ ເພາະສະນັ້ນແລ້ວ ເຮັດໃຫ້ ນາຍໜ້າ ຕົວະຍົວະ ເຂົາເຈົ້າ ນີ້ ເພື່ອເອົາ ລູກສາວ ນີ້ໄປເຮັດ ວຽກ ບ່ອນທີ່ມີ ລາຍຮັບດີ ກວ່າ".

ເຈົ້າໜ້າທີ່ ວ່າ ຂະບວນການ ນາຍໜ້າ ຄ້າມະນຸດ ມັກຈະໄປ ຕົວະຍົວະ ເອົາແມ່ຍິງ ແລະ ຊາຍຫນຸ່ມ ໂດຍສະເໜີ ວ່າຈະພາໄປ ເຮັດວຽກ ຢູ່ບ່ອນ ທີ່ມີຄ່າ ຈ້າງແພງ. ຂະບວນການ ຄ້າມະນຸດ ໃຊ້ທຸກ ເລ່ກົນ ເພື່ອ ຫລອກລວງ ເອົາຊາວຫນຸ່ມ ໄປ. ເຊັ່ນສະເໜີ ເສັຽເງິນ ຄ່າຈ້າງຣົດ, ເສັຽເງິນ ຄ່າຢູ່ ຄ່າກິນ, ເອົາເງິນ ໃຫ້ພໍ່ແມ່ ລ່ວງໜ້າ. ເມື່ອເຂົາເຈົ້າ ຂາຍໃຫ້ ນາຍຈ້າງ ແລ້ວ ນາຍຈ້າງ ກໍບັງຄັບ ໃຫ້ເຮັດວຽກ ໜັກ ຫລື ບັງຄັບ ໃຫ້ເປັນ ໂສເພນີ ໂດຍທີ່ບໍ່ ໄດ້ຮັບຄ່າ ຕອບແທນ ເພາະ ຖືວ່າເປັນ ການຕັດ ເອົາເງິນ ທີ່ນາຍຈ້າງ ໄດ້ຈ່າຍໃຫ້ ນາຍໜ້າ ຄ້າມະນຸດ ນັ້ນຄືນ.

ການຕົວະຍົວະ ຫລອກລວງ ເອົາຄົນລາວ ແລະ ຊາວຫນຸ່ມລາວ ໄປເຮັດວຽກ ຢູ່ ປະເທດໄທ ນີ້ ໄດ້ມີມາ ຫລາຍປີ ແລ້ວ ແຕ່ ທາງການລາວ ກໍບໍ່ໄດ້ ເອົາຫົວຊາ ຕໍ່ເຣື້ອງນີ້ ຢ່າງຈິງຈັງ, ບໍ່ມີການ ອົບໂຮມ ເຕືອນສະຕິ ຊາວຫນຸ່ມ ເທົ່າທີ່ຄວນ ກ່ຽວກັບ ອັນຕຣາຍ ຈາກການ ຄ້າມະນຸດ. ການທີ່ ຊາວລາວ ຂ້າມນໍ້າຂອງ ໄປເຮັດວຽກ ຢູ່ປະເທດໄທ ຫລາຍຂື້ນ ນັບມື້ນີ້ ຊາວລາວ ໃນປະເທດ ເວົ້າວ່າ ມັນເຮັດໃຫ້ ລາວ ຂາດແຮງງານ ສໍາລັບ ການພັທນາ ປະເທດ ແລະ ປະປ່ອຍ ຊ່ອງຫວ່າງ ໄວ້ໃຫ້ ແຮງງານ ຈາກ ຕ່າງປະເທດ ເຂົ້າມາ ສວມຮອຍ ເອົາບ່ອນ ທໍາຢູ່ທໍາກິນ ໃນລາວ ນັບມື້ ນັບຫລາຍ ຂື້ນ. ຢູ່ຕາມ ທົ່ງໄຮ່ ທົ່ງນາ ບາງບ່ອນ ມີຊາວ ວຽດນາມ ຫລື ຊາວຈີນ ພາກັນ ໂຍກຍ້າຍ ເຂົ້າມາຂໍ ເຊົ່າທີ່ດິນ ເຮັດນາ ຍ້ອນວ່າ ເຈົ້າຂອງນາ ໜີ ໄປເຮັດວຽກ ຢູ່ ປະເທດໄທ ແລ້ວ.