ກົດຟັງສຽງ
ເຈົ້າໜ້າທີ່ ອົງການ ສິດທິ ເດັກນ້ອຍ ສາກົນ ໃນລາວ ເປີດເຜີຽວ່າ ຫລັງຈາກ ໄດ້ສໍາຣວດ ແລະ ເກັບກໍາ ຂໍ້ມູນ ໃນແຂວງ ໄຊຍະບູຣີ ເມື່ອເດືອນ ມົກກະຣາ ຜ່ານມາ ພົບເຫັນວ່າ ມີນາຍໜ້າ ຄ້າຂາຍ ແຮງງານ ເດັກນ້ອຍ ໄດ້ເດີນທາງ ເຂົ້າມາຊອກຫາ ຊື້ເດັກນ້ອຍ ໃນເມືອງ ໄຊສະຖານ ເພື່ອເອົາ ໄປເຮັດວຽກ ຢູ່ ນະຄອນຫລວງ ວຽງຈັນ. ທ່ານເວົ້າວ່າ:
"ຈະມີຢູ່ເມືອງ ໄຊສະຖານ ທີ່ວ່າເຂົາເຈົ້າ ລາຍງານມາ ນ້ອຍນື່ງເນາະ ໃຫ້ຮູ້ ບັງເອີນ ຜ່ານມາ ມີຄົນຢູ່ ກໍາແພງ ນະຄອນວຽງຈັນ ເນາະ ມາຊື້ເອົາລູກ ເອົາຫລານ ໄປໃຊ້ແຮງງານ ໄປແບບສົ່ງ ໄປເຮັດວຽກ ກັບຜູ້ອື່ນ ເຂົາເຈົ້າ ຈະມີຄ່າໃຫ້ ກໍມີໂຕນີ້".
ທ່ານເວົ້າວ່າ ເຈົ້າໜ້າທີ່ ອົງການ ສິດທິ ເດັກສາກົນ ໄດ້ລົງໄປ ສໍາພາດ ແລະ ເກັບກໍາ ຂໍ້ມູນ ຢູ່ເມືອງ ໄຊສະຖານ ມີຊາວບ້ານ ມາບອກວ່າ ປັດຈຸບັນ ມີນາຍໜ້າ ຈາກ ນະຄອນຫລວງ ວຽງຈັນ ຂັບຣົດ ກະບະເຂົ້າໄປ ຕາມບ້ານ ຕ່າງໆ ເພື່ອຖາມຊື້ ເດັກນ້ອຍ ໂດຍສະເໜີ ຄ່າຕອບແທນ ໃຫ້ຜູ້ປົກຄອງ ເດັກ ແລະບອກວ່າ ສີ່ນໍາໄປ ເຣັດວຽກຢູ່ ຕາມໂຮງງານ ເປັນຄົນຮັບໃຊ້ ຕາມບ້ານເຮືອນ ຫລື ວ່າແຫ່ງອື່ນໆ ຊືງເດັກນ້ອຍ ຫລາຍ ຄົນ ຖືກຂາຍ ໄປແລ້ວ.
ທ່ານວ່າ ປາກົດການ ດັ່ງກ່າວນີ້ ຍັງບໍ່ມີ ຫລາຍ ແຕ່ຄາດວ່າ ຈະມີເພີ້ມຂື້ນ ຍ້ອນວ່າ ເດັກນ້ອຍ ທີ່ຖືກພໍ່ແມ່ ຫລືຍາດພີ່ນ້ອງ ຂາຍໄປນັ້ນ ຄອບຄົວ ທຸກຍາກ ລູກບໍ່ມີ ໂອກາດ ເຂົ້າໂຮງຮຽນ ບໍ່ຮູ້ສັງຄົມ ໃນເມືອງ. ຕາມຂໍ້ມູນ ເມື່ອເດືອນ ມົກກະຣາ ຜ່ານມາວ່າ ເດັກນ້ອຍ ທີ່ຖືກຂາຍ ໄປນັ້ນ ບາງຈໍາພວກ ຖືກຂາຍຕໍ່ໄປ ຕ່າງແຂວງ ຫລືໄປ ປະເທດໄທ.
