ກາຣສຶກສາຈະຜ່ອນຄາຍ ການຄ້າມະນຸສ

ທາງກາຣ ລາວ ຄວນ ແກ້ໄຂ ບັນຫາ ກາຣຄ້າ ມະນຸສ ດ້ວຍ ກາຣສຶກສາ.

0:00 / 0:00

ກົດຟັງສຽງ

ບັນຫາ ກາຣ ຄ້າມະນຸສ ຢູ່ເມືອງລາວ ປັຈຈຸບັນ ມີເພີ້ມ ຫລາຍຂຶ້ນ ຍ້ອນນາຍໜ້າ ຜູ້ຄ້າ ແຮງງານ ຕ່າງຊາຕ ຫລື ນາຍໜ້າຄ້າ ແຮງງານ ໃນປະເທສ ລາວ ເອງ ໄປຊອກຫາ ລໍ້ລວງ ຄົນລາວ ຕາມເຂຕ ຊົນນະບົທ ດ້ວຍກາຣ ໃຫ້ຄວາມຫວັງ ວ່າຈະຊ່ວຍ ຫາວຽກ ກາຣງານ ທີ່ມີ ຣາຍໄດ້ດີ ຢູ່ໃນ ເມືອງໃຫຍ່ ຫລືຢູ່ ປະເທສ ເພີື່ອນໃຫ້ ຈົນມີ ຫລາຍໆຄົນ ຫລົງເຊື່ອ ຍ້ອນຮູ້ເທົ້າ ບໍ່ເຖີງການ.

ສະນັ້ນ ຖ້າທາງກາຣ ກ່ຽວຂ້ອງ ຫາກ ສາມາດ ແກ້ໄຂ ຈຸດອ່ອນ ຂອງກາຣ ບໍ່ຮູ້ ໜັງສື ນີ້ໄດ້ ກໍອາຈຈະ ຊ່ວຍຫລຸດ ຈຳນວນ ຜູ້ທີ່ຖືກ ຕົວະຍົວະ ໄປຂາຍ ແຮງງານ ຫລື ຂາຍ ບໍຣິກາຣ ທາງເພສ ໄດ້. ດັ່ງ ເຈົ້າໜ້າທີ່ ຂອງ ອົງກາຣ ສາກົລ ທີ່ໃຫ້ ກາຣຊ່ວຍເຫລືອ ເຣື່ອງກາຣ ຄ້າມະນຸສ ໃນລາວ ທ່ານໜຶ່ງ ໄດ້ກ່າວວ່າ:

"ບັນຫາ ໃນກາຣ ຄ້າມະນຸສ ຢູ່ບ້ານເຮົາ ຕົວທີ່ ອັນຄວນ ຄຳນຶງເຖິງ ກໍຄືເຣື້ອງ ກາຣເພີ້ມ ຄວາມຮູ້ ໃຫ້ແກ່ຄົນ ໃນຊຸມຊົນ ເນາະ ສະກັດກັ້ນ ນາຍໜ້າ ທີ່ໄປ ຫລອກລວງ ເຂົາເຈົ້າ ຫັ້ນເນາະ ຄວນແກ້ໄຂ ຮີບດ່ວນ ເນາະ ມັນຈະມີ ຂະບວນກາຣ ເຂົ້າໄປ ເລື້ອຽໆ".

ພ້ອມດຽວກັນ ທ່ານກໍໄດ້ ກ່າວເນັ້ນວ່າ ສາເຫຕ ສຳຄັນ ທີ່ ປະຊາຊົນ ໂດຽສະເພາະ ວັຍໜຸ່ມ ຍິງສາວ ຕາມເຂຕ ຊົນນະບົທ ຖືກຫລອກລວງ ເຂົ້າສູ່ ວົງຈອນ ກາຣຄ້າ ມະນຸສ ໄດ້ງ່າຍ ກວ່າຄົນ ຢູ່ໃນເມືອງ ກໍຍ້ອນ ຄົນ ຊົນນະບົທ ມີກາຣສຶກສາ ໜ້ອຍ ເຮັດໃຫ້ ພວກນາຍໜ້າ ເຂົ້າຫາ ໄດ້ງ່າຍ ຈື່ງຄວນຈະ ໃຫ້ມີກາຣ ແກ້ໄຂ ບັນຫາ ທີ່ຕົ້ນເຫຕ ຢ່າງ ຮີບດ່ວນ ແທນທີ່ ຈະມີແຕ່ ໃຫ້ກາຣ ຊ່ວຍເຫລືອ ຜູ້ທີ່ຖືກ ເຄາະຮ້າຍ ມາກ່ອນ ດັ່ງທີ່ມີ ກາຣ ປະຕິບັຕ ກັນມາ ຈົນເທົ່າ ປັຈຈຸບັນ ນີ້ນັ້ນ.