ກາຣຄ້າມະນຸສໃນລາວ ບັນຫາຊໍາເຮື້ອ

ກາຣຄ້າມະນຸສ ໃນ ສປປລາວ ເປັນບັນຫາ ຊຳເຮື້ອ ແລະ ກໍຍາກທີ່ຈະ ແກ້ໄຂ ໃຫ້ໝົດສິ້ນ ໄປໄດ້.
ຫວາດ ສີມູນ
2012.09.18

ເຖີງແມ່ນວ່າ ທາງກາຣລາວ ໄດ້ພຍາຍາມ ກຳຈັດການ ຄ້າມະນຸສ ກໍຕາມ ແຕ່ກໍຍ້ອນວ່າ ມັນມີກາຣພົວພັນ ນຳຫຼາຍກຸ່ມ ຫຼາຍຂະບວນກາຣ ທີ່ນຳໜ້າກົດໝາຍ ຢູ່ຕລອດມາ. ດັ່ງເຈົ້າໜ້າທີ່ ທ່ານໜຶ່ງກ່າວວ່າ:

“ເຣື່ອງຄ້າມະນຸສ ຕ້ອງເຂົ້າໃຈວ່າ ມັນລົບລ້າງ ບໍ່ໄດ້ຈັກເທື່ອ ໂຕນີ້ມັນບໍ່ສິ້ນສຸດ ເພາະວ່າຜູ້ຮ້າຍ ບໍ່ຮູ້ຫວັງດີ ມັນໄປກ່ອນ ແລະ ກົດໝາຍມັນອອກ ນຳຫລັງ ຮູບກາຣມັນ ປ່ຽນແປງ ໄປຕລອດ ຜູ້ບໍ່ຫວັງດີ ຫວັງເອົາປຽບ ເອົາຜົລກຳໄຣ ຈາກຄົນນີ້ນະ ມັນເປັນຜົລ ກຳໄຣ ມະຫາສານ ລົງທຶນນ້ອຍ”.

ພ້ອມດຽວກັນນີ້ ທ່ານກໍວ່າ ພວກຄົນຮ້າຍ ໃນເມື່ອກ່ອນ ກໍມີກາຣຕົວະຍົວະ ຊາວບ້ານ ວ່າຈະຫາວຽກເຮັດ ງານທຳໃຫ້ ແຕ່ແລ້ວ ກໍຖືກບັງຄັບ ໃຊ້ແຮງງານ ແລະ ປັຈຈຸບັນນີ້ ກໍປ່ຽນເຖີງຂັ້ນ ຈັບເອົາເດັກນ້ອຍ ມາຕັດອະວັຍວະ ແລ້ວສົ່ງໄປເປັນຄົນ ຂໍທານ ຫລືບາງເທື່ອ ກໍຫລອກລໍ້ຂໍ ແຕ່ງງານ ກັບແມ່ຍີງ ແລ້ວເອົາໄປຂາຍ ໃນຕ່າງປະເທສ ຕໍ່ມາກໍ ຫາຍສາບສູນໄປ ຫລືຖືກບັງຄັບ ໃຫ້ຄ້າປະເວນີ.

ເຈົ້າໜ້າທີ່ ໄດ້ເນັ້ນວ່າ ເຖີງຈະມີກາຣ ອອກໂຄສະນາ ໃຫ້ຄວາມຮູ້ ແກ່ປະຊາຊົນ ໃຫ້ຣະວັງຕົວ ກໍຕາມ ແຕ່ກໍມີປະຊາຊົນ ຖືກຫລອກລວງ ໄປເລື້ອຍໆ ຈຶ່ງຢາກໃຫ້ມີກາຣ ປູກຈິຕສຳນຶກ ໃຫ້ແກ່ປະຊາຊົນ ຣຸ້ນໃໝ່ ໃຫ້ຮູ້ຈັກເຖີງ ຜົລຮ້າຍ ຂອງຂະບວນກາຣ ຄ້າມະນຸສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.