ການຄ້າມະນຸດຢູ່ລາວ ພົ້ນຕາກົດໝາຍໄປໄດ້
2010.10.07
ກົດຟັງສຽງ
ກົດໝາຍຕ້ານ ການຄ້າມະນຸດ ໃນລາວ ຖືກທ່ວງດຶງ ຍ້ອນເຈົ້າໜ້າທີ່ ຍັງຂາດຄວາມຮູ້ ຄວາມເຂົ້າໃຈ ໃນການກະທຳຜິດ ຕໍ່ກົດໝາຍ ດັ່ງກ່າວ. ຕາມຄໍາເວົ້າຂອງ ສະຫະປະຊາຊາດ ຊຶ່ງອົງການ IRIN ລາຍງານຈາກ ນະຄອນຫລວງ ວຽງຈັນ ໃນວັນທີ 6 ຕຸລາ 2010.
ກະຊວງແຮງງານ ແລະສວັດດີການ ສັງຄົມຂອງລາວ ລາຍງານເມື່ອເດືອນ ກໍຣະກະດາ 2010 ວ່າມີຜູ້ລອດ ອອກຈາກການ ຄ້າມະນຸດ ທີ່ໄດ້ກັບຄືນມາ ປະເທດ ຈຳນວນ 1,634 ຄົນ ຊຶ່ງສ່ວນໃຫຍ່ ແມ່ນ ມາຈາກ ປະເທດໄທ ຊຶ່ງພວກເຂົາເຈົ້າ ໄດ້ລັກເຂົ້າໄປ ໃນຣະຍະ 10 ປີຜ່ານມາ.
ຈຳນວນຜູ້ລອດ ມາໄດ້ນັ້ນ ເປັນພຽງສ່ວນນື່ງ ຂອງຈໍາພວກ ທີ່ຖືກຄ້າ ທັງໝົດ. ດັ່ງທ່ານ ຊູກຽດ ປັນຍານຸວົງ ຜູ້ປະສານງານ ຂອງໂຄງການ ອົງການສາກົນ ຂອງ ສະຫະປະຊາຊາດ ກ່ຽວກັບການ ຄ້າມະນຸດ ຫລື UNIAP ເວົ້າວ່າ: ຈຳນວນທີ່ ກະຊວງລາຍງານນັ້ນ ແມ່ນໜ້ອຍກວ່າ ຈຳນວນຜູ້ທີ່ໄດ້ ຮັບເຄາະຮ້າຍ ຈາກການຄ້າມະນຸດ ຕົວຈິງທັງໝົດ, ເພາະວ່າ ຜູ້ຄົນຈຳນວນ ຫລວງຫລາຍ ບໍ່ຮູ້ວ່າ ພວກຕົນ ຖືກຄ້າ".
ສະຫະປະຊາຊາດ ເວົ້າວ່າ ສ່ວນໃຫຍ່ ຂອງຜູ້ຖືກຄ້າ ຢູ່ພາຍໃນ ປະເທດລາວ ແມ່ນມີອາຍຸ ຕ່ຳກວ່າ 18 ປີ ເປັນຄົນງານ ຍ້າຍຖິ່ນ ຊຶ່ງໃນນັ້ນ ແຕ່ລະ 10 ຄົນໃດ ເປັນແມ່ຍິງ 8 ຄົນ. ພວກເຂົາເຈົ້າຍ້າຍຖິ່ນ ເພື່ອໄປຊອກຫາ ວຽກເຮັດງານທໍາ.
ໃນປັດຈຸບັນນີ້ ແມ່ຍິງທີ່ຖືກຄ້າ ກຳລັງຖືກ ດຳເນີນໄປຢູ່ ໃນຮູບແບບ ຂອງການຝຶກງານໃຫ້ ຊຶ່ງຫລາຍກໍຣະນີ ກໍຖືກນຳເຂົ້າສູ່ ການຂູດຮີດ ທາງເພດ. ດັ່ງນັ້ນ ທາງການລາວ ຈຶ່ງມີຄວາມຈຳເປັນ ທີ່ຈະຕ້ອງ ໄດ້ເຮັດໃຫ້ ຊາຍໜຸ່ມຍິງສາວ ລາວ ມີຄວາມປອດໄພ ໃນການ ທຳມາຫາກິນ ຂອງພວກເຂົາເຈົ້າ.









