ນັກຄ້າມະນຸດໄທຖືກຈັບ

ຕໍາຣວດໄທ ຈັບຜູ້ຕ້ອງຫາ ຊາວໄທ 2 ຄົນ ໃນຂໍ້າຫາທີ່ ຕົວະຍົວະຫລອກລວງ ຂົ່ມຂູ່ ຍິງສາວລາວ ໃຫ້້ຄ້າ ປະເວນີ.
ຈໍາປາທອງ
2010.10.11

ກົດຟັງສຽງ

ເຈົ້າໜ້າທີ່ຕຳຣວດ ເມືອງລົບບູລີ ແຂວງລົບບູລີ ຂອງໄທ ໄດ້ຈັບຄົນໄທ 2 ຄົນ ຊື່ທ້າວ ທອງສຸກ ຊັບນິມິດ ອາຍຸ 45 ປີ ແລະທ້າວ ວີຣະ ອີ່ມສຳຣານ ອາຍຸ 46 ປີ ໃນຂໍ້ຫາ ຮ່ວມກັນຄ້າມະນຸດ ເພື່ອສະແຫວງຫາ ຜົນປະໂຫຍດ ຈາກການ ຄ້າປະເວນີ. ພວກຜູ້ກ່ຽວ ຮ່ວມກັນຊັກຊວນ ລໍ້ລວງ ຂົ່ມຂູ່ ຕລອດເຖິງທາລຸນ ຮ່າງກາຍ ແລະຈິດໃຈ ເດັກນ້ອຍແມ່ຍິງລາວ ທີ່ມີອາຍຸ ແຕ່ 15 ປີ ຫາ 18 ປີ ຈຳນວນ 14 ຄົນ ໃຫ້ຄ້າປະເວນີ.

ເຈົ້າໜ້າທີ່ ຈັບພວກກ່ຽວໄດ້ ໃນຮ້ານບັນເທີງ ທີ່ມີຊື່ວ່າ ສະນາທິບ ຄາຣາໂອເກະ ຢູ່ເມືອງລົບບູລີ. ຕາມຄຳຖແລງການ ຮ່ວມຣະຫວ່າງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງໄທ ແລະ ທ່ານ ຄຳໄພ ພັນທອງດີ ເລຂາ 2 ຂອງສະຖານທູດລາວ ປະຈຳປະເທດໄທ ທີ່ບາງກອກ ຊຶ່ງຂ່າວທ້ອງຖິ່ນ ຂອງໄທລາຍງານ ເມື່ອມໍ່ໆມານີ້.

ເຈົ້າໜ້າທີ່ຕຳຣວດໄທ ທ່ານນຶ່ງເວົ້າວ່າ ການຈັບຄັ້ງນີ້ ໄດ້ຈັບເຈົ້າຂອງຮ້ານ ດັ່ງກ່າວ ໃນຂໍ້ຫາຫຼອກລວງ ຍິງສາວລາວຫຼາຍສິບຄົນ ມາຄ້າປະເວນີ ຕັ້ງແຕ່ເດືອນ ພຶສພາ   ຜ່ານມາ ກ່ອນທີ່ເຈົ້າໜ້າທີ່ ໄດ້ເຂົ້າຊ່ວຍເຫລືອ ຜູ້ຖືກເຄາະຮ້າຍ ດັ່ງກ່າວ.

ຜ່ານການສອບສວນ ຂອງເຈົ້າໜ້າທີ່ ເບື້ອງຕົ້ນຜູ້ ຕ້ອງຫາທັງ 2 ຄົນໄດ້ ປະຕິເສດວ່າ ບໍ່ມີສ່ວນກ່ຽວຂ້ອງ ນຳຄຳກ່າວຫາ ນັ້ນແຕ່ຢ່າງໃດ. ແຕ່ໃນທີ່ສຸດ ພວກກ່ຽວໄດ້ຍອມ ຮັບສາຣະພາບວ່າ ໄດ້ຮ່ວມກັນ ກະທຳຄວາມຜິດ ຮວມທັງ ການທຳຮ້າຍ ແມ່ຍິງລາວ ຈົນເສັຍຊີວິດ ໄປແລ້ວ 1 ຄົນ.

ເຈົ້າໜ້າທີ່ຕຳຣວດ ຈັບຜູ້ຕ້ອງຫາທັງ 2 ຄົນ ສົ່ງໃຫ້ພະນັກງານ ສືບສວນສອບສວນ ເພື່ອສົ່ງໃຫ້ສານ ດຳເນີນຄະດີ ຕາມຣະບຽບກົດໝາຍ. ຖ້າມີຄວາມຜິດ ແທ້ ຄະດີນີ້ມີ ໂທດສູງສຸດ ເຖິງຂັ້ນ ປະຫານຊີວິດ ຫລື ຈຳຄຸກຕລອດ ຊີວິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.