ກົດຟັງສຽງ
ເມື່ອວັນທີ 26 ກໍຣະກະດາ ນີ້ ໂທຣະທັດ ໄທ ໄດ້ເປີດເຜີຽ ການສໍາພາດ ເດັກນ້ອຍ ຍິງລາວ ຄົນນື່ງ ທີ່ຖືກ ພໍ່ ຕົນເອງ ຂາຍ ໃຫ້ ນາຍໜ້າ ຄ້າມະນຸດ ຄົນໄທ ຢູ່ແຂວງ ໜອງຄາຍ ໃນຣາຄາ 4,500 ບາດ ເທົ່ານັ້ນ ແລ້ວ ຜູ້ເປັນພໍ່ ກໍໜີໄປ.
ໃນເຣື້ອງນີ້ ສັ່ນສະເທືອນ ຄວາມຮູ້ສືກ ຂອງຄົນທົ່ວໄປ ທີ່ໄດ້ຟັງ ເພາະມັນເປັນ ການກະທໍາ ທີ່ໄຮ້ ມະນຸສທັມ ຂາດ ສິລທັມ ປະຈໍາໃຈ. ກ່ຽວກັບ ເຣື້ອງນີ້ ເດັກນ້ອຍ ຍິງລາວ ທີ່ໄດ້ຕົກ ເປັນເຫຍື່ອ ໃນເທື່ອນີ້ ເລົ່າເຣື້ອງ ຄວາມທຸກໃຈ ທີ່ເກີດຂື້ນ ກັບນາງ ໃນຕອນນື່ງ ວ່າ:
"ພໍ່ຕົນເອງ ກໍກັບໄປ ແລ້ວ ລາວເອງ ກໍບໍ່ຍອມ ກິນເຂົ້າ ກໍມີແຕ່ນັ່ງ ຮ້ອງໃຫ້ ຢູ່ໃນຫ້ອງ ຄົນດຽວ. ປະມານ 3-4 ວັນ ເຂົາເຈົ້າ ກໍພານາງໄປ ໂຮງແຮມ. ນາງວ່າ ຕອນນັ້ນ ບໍ່ຈັກວ່າເຂົາ ເອົາຢາສລົບ ໃຫ້ກິນ ຕື່ນເຊົ້າມາ ກໍບໍ່ຮູ້ວ່າ ຢູ່ໃນ ສະພາບ ໃດແລ້ວ".
ນາງເລົ່າເຣື້ອງ ທີ່ເກີດຂື້ນ ວ່າ ຕອນທໍາອິດ ນັ້ນ ຜູ້ເປັນພໍ່ ບອກວ່າ ຈະພາໄປ ທ່ຽວງານ ໃນໜອງຄາຍ. ຫລັງຈາກນັ້ນ ນາຍໜ້າ ຄ້າມະນຸດ ຄົນໄທ ກໍພາໄປ ໂຮງແຮມ ແຫ່ງນື່ງ ໂດຍບໍ່ຮູ້ວ່າ ເຂົານໍາໄປ ລໍຖ້າ ໃຫ້ ບໍຣິການ ແຂກ ມາທ່ຽວ. ນາງວ່າ ນາງຖືກ ວາງຢາສລົບ ໝົດຄືນ ຈົນບໍ່ຣູ້ຕົວ. ຈາກການ ບໍຣິການ ແຂກ ມາທ່ຽວ ໃນຄັ້ງນັ້ນ ພໍ່ຂອງນາງ ໄດ້ຮັບເງິນ ຈາກ ນາຍໜ້າ 4,500 ບາດ ແລ້ວ ພໍ່ກໍໜີໄປ. ຕື່ນຂື້ນມາ ຈື່ງຮູ້ວ່າ ຕົນເອງ ສູນເສັຽ ຄວາມບໍຣິສຸດ ໄປແລ້ວ. ຫລັງຈາກນັ້ນ ນາງກໍຖືກ ບັງຄັບ ໃຫ້ຂາຍ ບໍຣິການ ເປັນເວລາ 2 ເດືອນ ຢູ່ໃນ ເມືອງໜອງຄາຍ ກ່ອນນາຍໜ້າ ຄົນດຽວກັນນັ້ນ ຂາຍໃຫ້ ພວກ ບໍຣິການ ຄ້າ ໂສເພນີ ຢູ່ແຂວງ ເພັດບູຣີ ຈົນກະທັ້ງ ມີເຈົ້າໜ້າທີ່ ຈາກອົງການ ຕໍ່ຕ້ານ ການ ຄ້າມະນຸດ ບຸກເຂົ້າໄປ ຊ່ວຍເຫລືອ. ນາງເລົ່າ ຕໍ່ໄປວ່າ ຍັງມີຍິງສາວ ລາວ ຫລາຍຄົນ ທີ່ຖືກຫລອກລວງ ໃຫ້ມາຂາຍ ບໍຣິການ ໂດຍ ຖືກຂັງ ໄວ້ຢູ່ໃນຫ້ອງ ລໍຖ້າ ສົ່ງໄປ ບໍຣິການ ລູກຄ້າ ຢູ່ຕາມ ໂຮງແຮມ ຫລື ຕາມຈຸດ ນັດພົບຕ່າງໆ. ນາງວ່າ ມັນເປັນວຽກ ທີ່ທຸກ ທໍຣະມານ ຈິດໃຈ ເສັຽສັກສີ ຄວາມເປັນຄົນ ແລະ ນາງກໍເສັຽໃຈ ຫລາຍ.
