ກົດຟັງສຽງ
ຍິງສາວລາວ 35 ຄົນ ຮວມທັງ ຜູ້ມີອາຍຸ ຕໍ່າກວ່າ 18 ປີ ທີ່ ເຈົ້າໜ້າທີ່ ໄທ ໄດ້ຊ່ວຍ ໃຫ້ພົ້ນຈາກ ຂະບວນການ ຄ້າມະນຸດ ຂ້າມຊາດ ທີ່ຮ້ານ Charlie 259 ແລະ ຮ້ານ Charlie ບ້ານ Spa ອົບນວດ ໃນເມືອງ ສະເດົາ ແຂວງສົງຂາ ຊາຍແດນໄທ ມາເລເຊັຽ ເມື່ອວັນທີ 29 ກໍຣະກະດາ ຜ່ານມາ.
ຍິງສາວລາວ ຖືກບັງຄັບ ໃຫ້ຂາຍ ບໍຣິການ ທາງເພດ ເພື່ອໃຊ້ໜີ້ ເຈົ້າຂອງຮ້ານ ຄົນລະ 5 ໝື່ນ ກວ່າບາດ, ຊຶ່ງ ເຈົ້າຂອງຮ້ານ ວ່າໄດ້ຈ່າຍ ໃຫ້ນາຍໜ້າ ຄ່າປອມແປງ ເອກກະສານ ຄ່າເດີນທາງ ເຄື່ອງນຸ່ງຣົ່ມ ແລະ ກິນຢູ່ ຮວມຢູ່ດ້ວຍ. ເດັກນ້ອຍ ຜູ້ຍິງລາວ ທີ່ເຄາະຮ້າຍ ເວົ້າຕໍ່ນັກຂ່າວ ຂອງໄທ ພ້ອມທັງ ຍໍມືນົບ ຂອບໃຈ ເຈົ້າໜ້າທີ່ໄທ ວ່າ ດີໃຈ ທີ່ຈະໄດ້ ກັບບ້ານ:
"ດີໃຈ…ເປັນໜີ້ເຂົາ ຄ່ານາຍໜ້າ ກິນຢູ່…".
ຜູ້ຍິງລາວ ທີ່ເຄາະຮ້າຍ ກຸ່ມນີ້ ຈໍາຕ້ອງໄດ້ ເຂົ້າສູ່ວົງການ ຄ້າປະເວນີ ຖ້າຜູ້ໃດ ຕ້ອງການ ກັບຄືນບ້ານເກີດ ຈະຕ້ອງໄປຫາ ໝູ່ເພື່ອນ ມາເຮັດວຽກ ແທນຕົນ. ຫາກອາຍຸ ຕໍ່າກວ່າ 18 ປີ ກໍຈະມີ ໂອກາດ ໄດ້ໃຊ້ໜີ້ ໝົດໄວຂຶ້ນ. ພ້ອມດຽວກັນ ຜູ້ເຄາະຮ້າຍ ຈາກຮ້ານ Charlie 259 ຍັງບອກວ່າ ທຸກຄົນຖືກ ຫັກເງິນ ເດືອນລະ 1 ພັນບາດ ເພື່ອຈ່າຍ ໃຫ້ເຈົ້າໜ້າທີ່ ຕໍາຣວດ ແລະ ກຸ່ມຄູ້ມຄອງ ທີ່ໃຫ້ຄວາມ ສະດວກ ແກ່ ເຈົ້າຂອງ ຮ້ານ. ຜູ້ຍິງລາວ ທັງ 35 ຄົນ ຊຶ່ງສ່ວນໃຫຍ່ ມີອາຍຸພຽງ 15 ປີ ນີ້ເປັນສ່ວນນຶ່ງ ຂອງ ຜູ້ເຄາະຮ້າຍ 72 ຄົນ ຮວມທັງ ຄົນໄທໃຫຍ່ ແລະ ພະມ້າ ທີ່ເຈົ້າໜ້າທີ່ ໄທ ໄດ້ຊ່ວຍ ໃຫ້ພົ້ນຈາກ ການຖືກ ບັງຄັບ ໃຫ້ຄ້າ ປະເວນີ.
ນັກຂ່າວໄທ ຣາຍງານວ່າ ພວກນາງ ຖືກຍຶດໜັງສື ເດີນທາງ ແຕ່ມື້ມາຮອດ. ພວກນາງ ບໍ່ມີສິດ ອອກທ່ຽວ ຖ້າບໍ່ມີ ຜູ້ຊາຍ ມາຮັບເອົາ ໄປໃຊ້ ບໍຣິການ ຕາມໂຮງແຮມ ຫລື ບ່ອນອື່ນໆ ແລະ ຕ້ອງໄດ້ກັບ ຮ້ານກ່ອນ 10 ໂມງເຊົ້າ ທຸກວັນ. ເພື່ອແຕ່ງຕົວ ຕຣຽມຮັບແຂກ ເມື່ອຮ້ານເປີດ ຕອນ 11 ໂມງ.
