ໄທຊ່ວຍຜູ້ເຄາະຮ້າຍໄດ້ 125 ຄົນໃນປີ 2011

ໃນປີ 2011 ຄົນລາວ ທີ່ຕົກ ເປັນເຫຍືຶ່ອ ຂອງກຸ່ມ ຄ້າມະນຸດ 125 ຄົນ ຖືກຊ່ອຍ ອອກມາໄດ້ ໂດຍ ເຈົ້າຫນ້າທີ່ ທາງການໄທ.

0:00 / 0:00

ກົດຟັງສຽງ

ເຈົ້າຫນ້າທີ່ ຜແນກ ແຮງງານ ແລະ ສວັດດີ ການສັງຄົມໄທ ໃຫ້ການ ຢືນຢັນວ່າ ໃນປີ 2011 ທາງການໄທ ໄດ້ຊ່ອຍຄົນລາວ ທີ່ຕົກເປັນ ເຫຍື່ອຂອງກຸ່ມ ຄ້າມະນຸດ ອອກມາໄດ້ ທັງຫມົດ 125 ຄົນ ສ່ວນໃຫຍ່ ຈະເປັນ ຜູ້ຍິງ. ດັ່ງທ່ານ ເວົ້າວ່າ:

"ຜູ້ເສັຽຫາຍ ຈາກ ຂະບວນການ ຄ້າມະນຸດ ໃນປະເທດໄທ ໃນປີ 2011 ຄົນລາວ 125 ຄົນ ຊື່ງມາຈາກ ຄະດີ ທີ່ວ່າ ສແວງຫາ ຜົລປໂຍດ ຈາກການ ຄ້າປະເວນີ ບັງຄັບ ໃຊ້ແຮງງານ".

ເຈົ້າຫນ້າທີ່ໄທ ທ່ານນັ້ນ ກ່າວຕໍ່ໄປວ່າ ໃນຈຳນວນ ຄົນລາວ 125 ຄົນນັ້ນ ເປັນຜູ້ຍີງ 99 ຄົນທີ່ຖືກກຸ່ມ ຄ້າມະນຸດ ໃນໄທ ຕົວະຍົວະ ໃຫ້ມາຂາຍ ບໍຣິການ ທາງເພດ ຕາມສະຖານທີ່ ບັນເທີງ ຕ່າງໆໃນໄທ ອີກ 25 ຄົນຖືກ ຕົວະຍົວະ ມາຂາຍແຮງງານ ແຕ່ບໍ່ໄດ້ ບອກວ່າ ເປັນຜູ້ຊາຍ ຫລືຜູ້ຍີງ ແລະ ອີກນື່ງຄົນ ຖືກບັງຄັບ ໃຫ້ມາຂໍທານ ຕາມແຄມ ຖນົນໃນໄທ.

ປັດຈຸບັນ ຄົນລາວ ກຸ່ມດັ່ງກ່າວ ກຳລັງ ຢູ່ໃນສູນຟື້ນຟູ ຂອງ ທາງການໄທ ທີ່ມີຢູ່ ປະມານ 9 ແຫ່ງໃນ ທົ່ວປະເທດ ແຕ່ບໍ່ສາມາດ ໃຫ້ຂໍ້ມູນ ໄດ້ວ່າ ຄົນລາວ ກຸ່ມ ນີ້ສ່ວນຫລາຍ ຢູ່ໃນສູນໃດ. ເຈົ້າຫນ້າທີ່ໄທ ໃຫ້ການ ຢືນຢັນວ່າ ຄົນລາວ ດັ່ງກ່າວ ທັງຫມົດ ຈະຖືກ ສົ່ງກັບຄືນ ສປປລາວ ຫລັງຈາກສານ ໄທ ສາມາດ ສລຸບຄະດີ ຂອງ ແຕ່ລະຄົນ.

ໃນທີ່ສຸດ ເຈົ້າຫນ້າທີ່ ໄທ ກ່າວວ່າ ຍັງມີ ຜູ້ຍີງລາວ ອີກຫລາຍຄົນ ຍັງຕົກ ເປັນເຫຍື່ອ ຂອງ ຂະບວນການ ຄ້າມະນຸດ ໃນໄທຢູ່ ຊື່ງທາງ ເຈົ້າຫນ້າທີ່ ໄທ ຍັງບໍ່ສາມາດ ຊ່ອຍຂະເຈົ້າ ອອກມາໄດ້ເທື່ອ ເພາະຍັງບໍ່ຮູ້ ວ່າຕົກຢູ່ໃນ ກຸ່ມໃດ.