ກົດຟັງສຽງ
ດັ່ງທີ່ ແມ່ໂປ່ ຫລື ນາຍໜ້າ ຜູ້ຕິດຕໍ່ ຊອກຫາ ລູກຄ້າ ເວົ້າກັບ ນັກທ່ອງທ່ຽວ ໄທ ວ່າ:
“ນີ່ເປັນເດັກໃໝ່ ເພິ່ງຈະລົງ ມາ 14-15 ຈາກ ວຽງຈັນ ນີ່ແຫລະ ຈາກ ຫລວງພະບາງ ນີ່ແຫລະ ທຸກທີ່ ກໍແລ້ວ ແຕ່ເຂົາຈະມາ ເດັກພວກນີ້ ເປີດຊິງໃໝ່ ຖ້າອາຍຸນ້ອຍ ກໍມາທີ່ນີ້ ຊົວຄາວ 1,200 ບາດ ມີຫ້ອງ ຢູ່ທີ່ນີ້ ຖ້າຄ້າງຄືນ ພຸ່ງນີ້ເຊົ້າ 2 ພັນ ກໍ 7-8 ໂມງເຊົ້າ ນີ້ແຫລະ.”
ແມ່ໂປ່ຜູ້ນີ້ ຍັງເວົ້າ ຕື່ມວ່າ ຜູ້ຍິງ ໂສເພນີ ຢູ່ ສະຖານທີ່ ທີ່ນາງ ຮັບຜິດຊອບ ນັ້ນແບ່ງອອກ ເປັນສອງ ປະເພດ ປະເພດນຶ່ງ ແມ່ນກຸ່ມ ທີ່ມີອາຍຸ ແຕ່ 16 ປີ ຂື້ນໄປ ເຖິງ 30 ປີ ແລະ ປະເພດ ທີ່ສອງ ແມ່ນເດັກນ້ອຍ ທີ່ມີອາຍຸ ໃນ ຣະຫວ່າງ 13 ປີ ຫາ 15 ປີ.
ສະຫະຣັຖ ຣາຍງານ ກ່ຽວກັບ ສະພາບການ ຄ້າມະນຸດ ຢູ່ລາວ ເມື່ອບໍ່ດົນ ຜ່ານມາວ່າ ລາວ ເປັນປະເທດ ຕົ້ນທາງ ແລະ ທາງຜ່ານ ສຳຣັບ ການຄ້າມະນຸດ ໂດຍສະເພາະ ການຄ້າ ຜູ້ຍິງແລະ ເດັກນ້ອຍ ຊຶ່ງ ຫລາຍ ຄົນ ຖືກບັງຄັບ ໃຫ້ເປັນ ໂສເພນີ ສ່ວນຜູ້ຊາຍ ກໍຖືກ ບັງຄັບ ໃຫ້ເຮັດ ວຽກໜັກ ໃນໂຮງຈັກ ໂຮງງານ ໃນປະເທດໄທ. ຢູ່ໃນພາຍ ປະເທດ ເອງ ບັນຫາ ການຄ້າ ມະນຸດ ແລະ ການຄ້າ ໂສເພນີ ກໍເພິ້ມຄວາມ ຮຸນແຮງ ຂື້ນເລື້ອຍໆ ຜູ້ຍິງ ແລະ ເດັກນ້ອຍ ຫລາຍຄົນ ຖືກຫລອກລວງ ຫລືຖືກ ບັງຄັບ ໃຫ້ເປັນ ໂສເພນີ ຢູ່ໃນ ເມືອງໃຫຍ່ໆ. ສປປລາວ ອາດຈະກາຍເປັນ ປະເທດ ປາຍທາງ ທີ່ນັກທ່ອງທ່ຽວ ຈາກປະເທດ ໃກ້ຄຽງ ເຂົ້າມາ ເພື່ອຊອກຫາ ຮ່ວມເພດ.
ທາງການ ສະຫະຣັຖ ຣາຍງານ ອີກວ່າ ຣັຖບານລາວ ບໍ່ສາມາດ ປາບປາມ ການຄ້າ ມະນຸດ ແລະ ໂສເພນີ ນີ້ໄດ້ ພໍເທົ່າໃດ. ເຖິງຢ່າງໃດ ກໍດີ ຣັຖບານ ກໍກຳລັງ ພຍາຍາມແກ້ໄຂ ບັນຫາ ນີ້ຢ່າງ ຈິງຈັງຂື້ນ. ໃນຣະຍະ ປະມານ ນຶ່ງປີ ທີ່ ຜ່ານມາ ຣັຖບານລາວ ໄດ້ດຳເນີນ ຄະດີ ຕໍ່ພວກ ຄ້າມະນຸດ ແລ້ວ 20 ຄະດີ ແລະ ມີຜູ້ຖືກ ສານຕັດສິນ ລົງໂທດ ທັງໝົດ 33 ຄົນ.
