ກົດຟັງສຽງ
ໃນເວລາ ດຽວກັນນັ້ນ ກໍໄດ້ຈັບ ພວກບົງການ ໄວ້ 2 ຄົນ. ຕາມຣາຍງານຂ່າວ The Nation. ໃນຈໍານວນ ຜູ້ຍິງ ທັງ 10 ຄົນນັ້ນ 6 ຄົນ ເປັນຄົນໄທ ແລະ ອີກ 4 ຄົນ ມາຈາກ ປະເທດລາວ.
ພວກທີ່ຖືກ ຄວບຄຸມໄວ້ ຄື: ທ້າວຣໍາເພິງ ຖະໜອມເປີດ ອາຍຸ 48 ປີ ແລະ ທ້າວສໍາເຣິງ ຍອດພັນ ອາຍຸ 26 ປີ ເບື້ອງຕົ້ນ ຖືກຕັ້ງ ຂໍ້ຫາ ແນະນໍາ ຜູ້ຍິງ ອາຍຸ ບໍ່ຮອດ 18 ປີ ເຂົ້າສູ່ການ ຄ້າປະເວນີ ແລະ ຄ້າມະນຸດ ແຕ່ທັງ 2 ປະຕິເສດ ຕໍ່ຂໍ້ກ່າວຫາ ນັ້ນ.
ການຈັບກຸມ ມີຂຶ້ນ ພາຍຫລັງ ໄດ້ຮັບຄໍາ ຮ້ອງຮຽນ ຈາກຜູ້ຍິງ ທີ່ແຈ້ງວ່າ ລູກສາວ ຂອງຕົນ ອາຍຸ 17 ປີ ທີ່ຫາຍໄປ ຈາກບ້ານ ໃນເຂດ ນະຄອນນາຍົກ ເມື່ອນຶ່ງເດືອນ ກ່ອນ ແລະ ຖືກບັງຄັບ ໃຫ້ ຄ້າປະເວນີ ຢູ່ໃນບາ ຄາຣາໂອເກ໊ ແຫ່ງ ດັ່ງກ່າວ.
ທາງຕໍາຣວດ ໄດ້ປອມຕົວ ເປັນຜູ້ຊື້ ບໍຣິການ ທາງເພດ ກ່ອນໜ້າ ເຂົ້າກວດຄົ້ນ ສະຖານທີ່ ນັ້ນ ໄດ້ພົບ ແລະ ຊ່ວຍຜູ້ຍິງ ທັງ 10 ຮວມທັງ ລູກສາວ ຂອງນາງ. ການຊ່ວຍ ຜູ້ຍິງລາວ ພົ້ນຈາກ ການບັງຄັບ ໃຫ້ຄ້າ ປະເວນີ ທີ່ຮ້ານບັນເທິງ ບໍຣິການ ຕ່າງໆ ໃນໄທ ເປັນຂ່າວ ຢູ່ເລື້ອຍໆ ຮວມທັງ ກໍຣະນີ ຊ່ວຍແມ່ຍິງລາວ 5 ຄົນ ອາຍຸ ຣະຫວ່າງ 14 ປີ ຫາ 18 ປີ ໃນແຂວງ ສຸພັນ ເມື່ອເດືອນ ກຸມພາ.
