ກົດຟັງສຽງ
ການຄ້າມະນຸດ ທີ່ເປັນ ຜູ້ຍິງ ເດັກນ້ອຍລາວ ກຳລັງເປັນ ທີ່ນິຍົມ ຢູ່ຝັ່ງໄທ ໃນເວລານີ້, ຍ້ອນກຸ່ມ ນາຍຫນ້າ ທີ່ເປັນຄົນລາວ ດ້ວຍກັນ ຖຶກກຸ່ມ ຄ້າມະນຸດໄທ ຈ້າງໃຫ້ມາ ຫລອກເອົາ ຜູ້ຍິງລາວ ອາຍຸ ຣະຫວ່າງ 12-17 ປີ ໄປຂາຍ ບໍຣິການ ທາງເພດ ໃນໄທ. ເປັນທຸຣະກິດ ສະເພາະ ດ້ວຍການສ້າງ ແວັບໄຊ ໃນການ ໂຄສະນາ ເພຶ່ອດຶງດູດ ນັກທ່ອງທ່ຽວ ໄທ ແລະ ຕ່າງຊາດ. ດັ່ງເຈົ້າຫນ້າທີ່ ຈາກຫ້ອງການ ຕ້ານການ ຄ້າມະນຸດ ທີ່ ປະເທດໄທ ເວົ້າວ່າ:
"ຕອນນີ້ ຕລາດມັນໃຫຍ່ ມີຄົນຈາກ ກຸງເທບ ຈາກ ແຂວງຕ່າງໆ ເດີນທາງ ໄປອຸດອນ ໄປຫນອງຄາຍ ໂດຍສະເພາະ ເພື່ອຊື້ ບໍຣິການ ທາງເພດ ເດັກນ້ອຍ ມັນມີ ຂະບວນການ ໃນການນຳເຂົ້າ ມາແຕ່ຝັ່ງ ບ້ານ ເຂົາເລີຍ ມາເຖິງ ພໍຂ້າມຂົວ ແລ້ວ ກໍສົ່ງຕໍ່".
ທ່ານກ່າວ ຕໍ່ໄປວ່າ ໃນແວັບໄຊ ຈະມີການ ໂຄສະນາ ຂາຍ ບໍຣິການ ທາງເພດ ຈະບອກເຖິງ ສະຖານທີ່ ບ່ອນຂາຍ ບໍຣິການ, ຮ້ານ ຄາຣາໂອເກະ ບາ ຫລື ສະຖານທີ່ ບັນເທິງຕ່າງໆ ໃນແຂວງ ຈຸດນັດຫມາຍ. ຮ່ວມທັງ ຂໍ້ມູນ ການຂາຍ ບໍຣິການ ເດັກນ້ອຍ ຜູ້ຍິງລາວ ຢ່າງຣະອຽດ ມີການ PROMOTION ປີ້ຍົນ ໄປກັບ ເພຶ່ອໄປ ບໍຣິການ ທາງເພດ ກັບເດັກນ້ອຍ ຜູ້ຍິງລາວ ທີ່ແຂວງ ອຸດອນ ຫລື ຫນອງຄາຍ.
ການບໍຣິການ ທາງເພດ ຂອງ ຜູ້ຍິງ ເດັກນ້ອຍລາວ ໃນໄທ ສ່ວນໃຫຍ່ ສາເຫດ ມາຈາກ ຄວາມທຸກຍາກ ໃນລາວ ແລະ ການ ຕົວະຍົວະ ຫລອກລວງ ຂອງ ກຸ່ມຄ້າມະນຸດ ທີ່ເປັນ ຄົນລາວ ດ້ວຍກັນ ທີ່ຖືກ ນາຍຫນ້າ ຄົນໄທ ຈ້າງມາ. ເດັກນ້ອຍ ຜູ້ຍິງລາວ ກຸ່ມດ່ັງກ່າວ ບໍ່ຮູ້ວ່າ ຕົນຖືກຫລອກ ໃນທີ່ສຸດ ກໍຕົກເປັນ ເຫຍື່ອ ຂອງກຸ່ມ ຄ້າມະນຸດ.
ແຂວງ ອຸດອນທານີ ເປັນແຫລ່ງຄ້າ ປະເວນີ ເດັກນ້ອຍ ຜູ້ຍິງວັຍລຸ້ນ ລາວ ລາຍໃຫຍ່ ໃນໄທ ໂດຍ ອະນຸຍາດ ໃຫ້ເປິດບ່ອນ ບໍຣິິການ ທາງເພດ ຢ່າງເປິດແປນ ທີ່ມີນາຍ ຫນ້າຄວບຄຸມ ການໄປມາ. ເດັກນ້ອຍ ຜູ້ຍິງລາວ ບາງຄົນ ຖືກສົ່ງຕໍ່ ໄປ ປະເທດ ທີ່ສາມ ເຊັ່ນ ສິງກະໂປ ມາເລເຊັຽ ຫລື ໃຕ້ຫວັນ.
