ຈໍາປາສັກຮ່ວມມື ຕ້ານການຄ້າມະນຸດ

ແຂວງຈໍາປາສັກ ຂອງລາວ ຮ່ວມມື ກັບຝ່າຍໄທ ສະກັດກັ້ນ ການຄ້າມະນຸດ ຂ້າມຊາຍແດນ.
ມະນີຈັນ
2010.11.08

ກົດຟັງສຽງ

ທີ່ໂຮງແຮມ ສຸນີ Grand ແຂວງອຸບົນ ຂອງໄທ ທ່ານ ວິສຣະ ສົມໄຊ ຣັຖມົນຕຣີ ວ່າການ ພັທນາສັງຄົມ ແລະ ຄວາມຫມັ້ນຄົງ ຂອງມະນຸດ ແລະ ທ່ານ ສົມສນິດ ບຸດຕິວົງ ຮອງເຈົ້າແຂວງ ຈໍາປາສັກ ຂອງລາວ ຮ່ວມເປັນ ສັກຂີພິຍານ ການລົງນາມ ລາວ-ໄທ ເພື່ອຮ່ວມມື ຕໍ່ຕ້ານການ ຄ້າມະນຸດ ໃນກຸ່ມຜູ້ຍິງ ແລະເດັກນ້ອຍ. ຕາມຣາຍງານຂ່າວ ຜູ້ຈັດການ ອອນລາຍ ວັນທີ 7 ພຶສຈິກາ ນີ້. ທັງ 2 ປະເທດ ລາວ-ໄທ ຈະມີການ ແລກປ່ຽນ ຂໍ້ມູນ-ຂ່າວສານ ແລະປາບປາມ ຂະບວນການ ຄ້າມະນຸດ ໃນພື້ນທີ່ ຂອງແຕ່ລະ ປະເທດ ຮ່ວມກັນ ເພື່ອຫລຸດຜ່ອນ ຊ່ອງຫວ່າງ ແລະ ຕັດວົງຈອນ ບໍ່ໃຫ້ຂະບວນ ການ ຄ້າມະນຸດ ໃຊ້ພົມແດນ ຣະຫວ່າງປະເທດ ທໍາການ ຄ້າມະນຸດ ໄດ້ຕໍ່ໄປ.

ທ່ານ ວິສຣະ ສົມໄຊ ກ່າວວ່າ ໃນປີທີ່ຜ່ານມາ ໄທສາມາດ ຈັບກຸ່ມ ຄ້າມະນຸດ ຂ້າມຊາດ ແລະຜັກດັນ ຄົນຕ່າງດ້າວ ທີ່ລັກລອບ ເຂົ້າເມືອງໄທ ໄດ້ຫລາຍກວ່າ 20 ພັນຄົນ ຈາກຈໍານວນ ທີ່ຖືກຈັບ ທີ່ເພີ່ມ ຫລາຍຂຶ້ນ. ການຄ້າມະນຸດ ທີ່ຝ່າຍໄທ ໃຫ້ຄວາມ ສົນໃຈຫລາຍ ຄື ໃນກຸ່ມສັຕຣີ ແລະເດັກນ້ອຍ ເພາະຄົນກຸ່ມນີ້ ຖືກນາຍໜ້າ ຈາກປະເທດລາວ ຫລອກລວງມາ ໂດຍບອກວ່າ ຈະໃຫ້ເຂົ້າໄປ ເຮັດວຽກງານ ຕາມສະຖານ ບໍຣິການ ຮ້ານຄ້າ ໃນປະເທດໄທ. ແຕ່ສຸດທ້າຍ ກໍຖືກ ທໍາຮ້າຍ ແລະບັງຄັບ ໃຫ້ຄ້າ ປະເວນີ ຊຶ່ງຖືເປັນ ການຣະເມີດ ສິດທິມະນຸດ ຢ່າງຮ້າຍແຮງ.

ແລະ ຂະບວນການ ນີ້ ມີເຈົ້າໜ້າທີ່ ບາງຄົນ ເຂົ້າກ່ຽວຂ້ອງ ຊຶ່ງທາງການ ກໍາລັງ ຮວບຮວມ ພຍານຫລັກຖານ ເພື່ອອອກໝາຍຈັບ. ແລະທີ່ຜ່ານມາ ເມື່ອມີການ ຮ່ວມມື ປາບປາມ ຂະບວນການ ຄ້າມະນຸດ ຣະຫວ່າງ ລາວແລະໄທ ກໍສາມາດ ກົດດັນ ແລະ ຫລຸດຈໍານວນ ການຄ້າມະນຸດ ຣະຫວ່າງ 2 ປະເທດ ຢ່າງເຫັນໄດ້ ແຈ່ມແຈ້ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.