ຍິງສາວລາວຖືກຊ່ວຍ ຈາກບ່ອນຄ້າປະເວນີ

ໃນວັນພຸດ ທີ 14 ທັນວາ 2011 ເຈົ້າໜ້າທີ່ ຕຳຣວດໄທ ເປີດເຜີຍວ່າ ໄດ້ຊ່ວຍ ຜູ້ຍິງລາວ 41 ຄົນ ທີ່ ຖືກບັງຄັບ ໃຫ້ເປັນ ໂສເພນີ ໃນຮ້ານ ຄາຣາໂອເກະ ແຫ່ງນຶ່ງ ໃນພາກ ໃຕ້ສຸດ ຂອງໄທ.

0:00 / 0:00

ກົດຟັງສຽງ

ເຈົ້າຂອງຮ້ານ ຄາຣາໂອເກະ ແຫ່ງນັ້ນ ກໍຖືກຈັບ ແລະ ຖືກຄະດີ ຂໍ້ຫາ ຄ້າມະນຸດ ແລະ ກັກຂັງ ເຍົາວະຊົນ ທີ່ມີ ອາຍຸ ຕ່ຳກວ່າ 18 ປີ. ຮ້ອຍຕຳຣວດ ກົມວິດ ປະທະນະຣັດ ເຈົ້າໜ້າທີ່ ຕຳຣວດໄທ ກ່າວວ່າ ໄດ້ຮັບແຈ້ງ ຈາກ ພໍ່ແມ່ ຂອງ ຜູ້ຍິງລາວ ຄົນນຶ່ງວ່າ ນາງຖືກ ບັງຄັບ ໃຫ້ເປັນ ໂສເພນີ ຢູ່ໃນ ເມືອງນ້ອຍໆ ແຫ່ງນຶ່ງ ໃກ້ໆກັບ ຊາຍແດນ ມາເລເຊັຍ ຂໍໃຫ້ມາ ຊ່ວຍເຫລືອ ນາງ ໂດຍດ່ວນ. ຈາກນັ້ນ ເຈົ້າໜ້າທີ່ ຕຳຣວດ ກໍສືບສວນ ແລະ ຂໍໝາຍຄົ້ນ ຈາກສານ ແລ້ວກໍບຸກ ເຂົ້າໄປ ຊ່ວຍຍິງສາວ ລາວ ທັງໝົດ 41 ຄົນນັ້ນ ອອກມາ. ຜູ້ຍິງລາວ ເຫລົ່ານັ້ນ ມີອາຍຸ ໃນຣະຫວ່າງ 16 ປີ ແລະ 23 ປີ.

ຮ້ອຍຕຳຣວດ ກົມວິດ ກ່າວອີກວ່າ ຍິງສາວລາວ ເວົ້າວ່າ ນາຍໜ້າ ທີ່ ພາພວກເຂົາ ເຂົ້າມາ ປະເທດໄທ ເວົ້າວ່າ ຈະພາພວກເຂົາ ໄປເຮັດວຽກ ເສີບ ຢູ່ ຮ້ານອາຫານ ທີ່ຈະໄດ້ ຮັບເງິນເດືອນ ສູງ. ແຕ່ເມື່ອ ມາເຖິງ ພວກເຂົາ ຖືກບັງຄັບ ໃຫ້ເປັນ ໂສເພນີ ແລະ ເຈົ້າຂອງຮ້ານ ຄາຣາໂອເກະ ກໍຍຶດເອົາ ໜັງສື ຜ່ານແດນ ຂອງ ພວກເຂົາໄວ້.

ປັດຈຸບັນ ຜູ້ຍິງລາວ ທັງ 41 ຄົນ ຖືກສົ່ງໄປ ພັກອາສັຍ ຊົ່ວຄາວ ທີ່ ຄ້າຍທະຫານ ແຫ່ງນຶ່ງ ໃນ ພາກໃຕ້ ຂອງໄທ ເພື່ອປະກອບ ຄຳຟ້ອງຮ້ອງ ແລະ ດຳເນີນ ຄະດີ ເຈົ້າຂອງຮ້ານ. ສ່ວນ ຍິງສາວລາວ ຜູ້ທີ່ພໍ່ແມ່ ມາແຈ້ງຄວາມ ນັ້ນ ອາຈຖືກ ສົ່ງໄປ ສູນບຳບັດ ຫລື ຈະຖືກສົ່ງ ກັບຄືນ ປະເທດລາວ ໂດຍທີ່ ບໍ່ໄດ້ຖືກ ຂໍ້ຫາຄະດີ ໃດໆໃນໄທ.

ໄທ ເປັນປະເທດ ທາງຜ່ານ ຕົ້ນທາງ ແລະ ປາຍທາງ ຂອງ ການ ຄ້າມະນຸດ ຜູ້ຍິງລາວ ຖືກ ຫຼອກລວງ ຫລືສມັກ ໄປເຮັດວຽກ ຢູ່ຕາມ ສະຖານທີ່ ບັນເທິງ ຢູ່ໃນໄທ ກໍມີຢ່າງ ຫຼວງຫຼາຍ.