ກ່ຽວກັບ ເລື້ອງນີ້ ເຈົ້າໜ້າທີ່ ຂອງອົງການ ແມ່ແລະເດັກ ສະຫະປະຊາຊາດ ຫລື UNICEF ເວົ້າວ່າ ແຕ່ລະມື້ ເຮົາສາມາດ ສັງເກດເຫັນ ສາວນ້ອຍ ຂາຍບໍຣິການ ຢູ່ຕາມ ຮ້ານອາຫານ, ຕາມບາຣ໌, ຕາມສຖານທີ່ ບັນເທີງ ກາງຄືນ ຫຼາຍແທ້. ສາວນ້ອຍ ເຫລົ່ານີ້ ຖືກຍົວະ-ຖືກລໍ້ ຈາກນາຍໜ້າ ທີ່ມາຈ້າງ ໄປເຮັດວຽກ ຫລື ຈາກຄົນ ທີ່ລຶ້ງເຄີຍ. ເຈົ້າໜ້າທີ່ UNICEF ເວົ້າວ່າ:
“ເບື້ອງຕົ້ນ ກໍໄປ ໃຫ້ເສີບ ອາຫານແທ້; ແຕ່ຫຼັງຈາກ ໄປເຮັດແລ້ວ ພຽງຈັກເດືອນ-ສອງເດືອນ. ຫຼັງຈາກນັ້ນ ກໍເລີ່ມໃຫ້ເຮົາກິນເບັຍ, ເລີ່ມໃຫ້ເຮົາກິນເຫຼົ້າ, ເລີ່ມໃຫ້ເຮົາຮັບແຂກ. ຖ້າສົມມຸດວ່າ ມື້ໃດ ເຮົາບໍ່ຮັບແຂກ, ກໍສິດ່າ, ຂູ່ວ່າ ສິເອົາຕຳຣວດ ມາຈັບເຮົາ.”
ເຈົ້າໜ້າທີ່ UNICEF ເວົ້າອີກວ່າ ສາວນ້ອຍລາວ ສ່ວນນຶ່ງ ໄດ້ພາກັນ ເດີນທາງ ຂ້າມໄປ ເຮັດການ ຢູ່ຝັ່ງໄທ. ໃນກໍຣະນີນີ້ ສາວນ້ອຍລາວ ຖືກນາຍໜ້າ ຂູ່ໃຫ້ເຮັດວຽກ ຂາຍໂຕ. ຖ້າບໍ່ເຮັດ ກໍຢ້ານ ນາຍໜ້າ ບອກຕຳຣວດ ມາຈັບ ເພາະເປັນ ຄົນເຂົ້າເມືອງ ຜິດກົດໝາຍ, ໜັງສ້ຽນ ໜັງສື ເດີນທາງ ແລະ ເອກກະສານ ຕ່າງໆ ກໍຖືກ ນາຍໜ້າ ເກັບໄວ້ໝົດແລ້ວ. ແລະ ການທີ່ ເຈົ້າໜ້າທີ່ ສາມາດ ຈັບກຸມ ແລະ ທະລາຍ ບ່ອນບໍຣິການ ໄດ້ນັ້ນ ສ່ວນນຶ່ງ ແມ່ນຍ້ອນ ພົລເມືອງດີ ບອກຕຳຣວດ, ດັ່ງເຈົ້າໜ້າທີ່ UNICEF ໄດ້ຊີ້ແຈງ ອີກວ່າ :
“ຄົນເຂົ້າໄປ ໃຊ້ບໍຣິການແລ້ວ ເຂົາຂໍໃຫ້ ລູກຄ້າຊ່ອຍ ວ່າເຂົາຖືກ ບັງຄັບມາ ແລ້ວຜູ້ນັ້ນ ເຂົາອີໂຕນ ເຂົາກໍເລີຍ ໄປຊ່ອຍ ແຈ້ງຕຳຣວດ. ຕຳຣວດ ກໍເລີຍໄປທະລາຍ, ແລ້ວກໍ ເລີຍພາຂະເຈົ້າ ອອກມາໄດ້.”
ສຳລັບ ການຊ່ອຍເຫລືອ ສາວລາວ ຜູ້ໄດ້ຮັບ ເຄາະກັມນັ້ນ, ທາງອົງການ UNICEF ໄດ້ໃຫ້ ເງິນທຶນ ສຳລັບ ເປີດຮ້ານ ຂາຍເຄື່ອງ ຫລື ລັບປະກອບອາຊີບ ຕາມທີ່ທາງອົງການ UNICEF ໄດ້ຝຶກອົບຮົມ ໃຫ້ນັ້ນ ຫລື ເຮັດວຽກ ທີ່ແຕ່ລະຄົນ ມີສີມື ແລະ ມີຄວາມຊຳນານ.
