ແຜນຕ້ານການຄ້າມະນຸສ ໃນສປປລາວ
2012.05.24
ແຜນການ ຕ້ານການ ຄ້າມະນຸສ ຈະເປັນແຜນການ ຫ້າປີ ນັບແຕ່ປີນີ້ ເປັນຕົ້ນໄປ ຈົນເຖິງປີ 2016 ສະຫະພັນ ແມ່ຍິງລາວ ຈະມີສ່ວນຮ່ວມ ໃນການ ຮ່າງແຜນການ. ດັ່ງເຈົ້າໜ້າທີ່ ສະຫະພັນ ແມ່ຍິງລາວ ເວົ້າວ່າ:
“ກໍຕ້ອງໄດ້ຜ່ານ ເນາະ ໃນກອງປະຊຸມ ທີ່ເພິ່ນຮັບຮອງ ເອົາໄດ້ ປະເດັນຫລັກ ສະເພາະ ແມ່ຍິງ ກໍເວົ້າເຣື່ອງການ ໃຊ້ຄວາມຮຸນແຮງ ໃນຄອບຄົວເນາະ ມັນມີກົດໝາຍ ສ່ວນຫລາຍ ກໍເວົ້າເຣື່ອງ ການຕ້ານ ການຄ້າ ມະນຸດ ໃນສ່ວນກ່ຽວຂ້ອງ ຂອງແມ່ຍິງ ພວກເຮົາ ກໍຈະສເນີ ໃນສ່ວນທີ່ ກ່ຽວຂ້ອງ ກ່ຽວກັບ ແມ່ຍິງ ແລະເດັກນ້ອຍ ນີ່ແຫລະ”.
ເມື່ອເດືອນ ທີ່ຜ່ານມາ ກໍມີຂ່າວວ່າ ທາງການລາວ ກຳລັງ ຮ່າງກົດໝາຍ ຕ້ານການ ຄ້າມະນຸດ ຈົນເຖິງ ປັດຈຸບັນ ສປປລາວ ຍັງບໍ່ທັນມີ ກົດໝາຍ ຕ້ານການ ຄ້າມະນຸດ ໂດຍສະເພາະ ເທື່ອ ມີແຕ່ ກົດໝາຍອື່ນໆ ທີ່ກ່າວເຖິງ ສິດທິ ຂອງຜູ້ຍິງ ແລະ ເດັກນ້ອຍເທົ່ານັ້ນ. ສະນັ້ນ ທາງການລາວ ຈຶ່ງຄິດວ່າ ຖ້າມີກົດໝາຍ ຕ້ານການ ຄ້າມະນຸດ ໂດຍສະເພາະ ແລະ ມີແຜນການຕ້ານ ການຄ້າມະນຸດ ຢ່າງຄັກແນ່ ທາງການລາວ ກໍອາດ ຈະສາມາດ ປາບປາມ ການຄ້າມະນຸດ ແລະ ການຄ້າປະເວນີ ໃຫ້ຫລຸດໜ້ອຍ ຖອຍລົງໄດ້ ແຕ່ບັນຫາ ມີຢູ່ວ່າ ກົດໝາຍຕ້ານ ການຄ້າມະນຸດ ກໍຄື ກົດໝາຍ ຕ້ານການ ສໍ້ຣາສບັງຫລວງ ແລະ ກົດໝາຍອື່ນໆ ທາງການລາວ ຈະປະຕິບັດ ໄດ້ຫຼືບໍ່?
ໃນຣະຍະສິບ ກວ່າປີ ທີ່ຜ່ານມາ ຊາວໜຸ່ມ ຍິງສາວລາວ ຫລາຍໝື່ນ ຫລາຍແສນຄົນ ຕົກເປັນເຫຍື່ອ ຂອງການ ຄ້າມະນຸດ ແລະ ຜູ້ຍິງ ກໍກາຍເປັນ ໂສເພນີ ທັງພາຍໃນ ປະເທດ ແລະຢູ່ໄທ. ເຈົ້າໜ້າທີ່ ຂອງໄທ ຈັບຄົນລາວໄດ້ ເລື້ອຍໆ ຫລາຍຄົນ ຈ້າງນາຍໜ້າ ໃຫ້ລັກພາເຂົ້າໄປ ເຮັດວຽກຢູ່ໄທ ບາງຄົນຖືກ ນາຍໜ້າ ຫລືພວກ ຄ້າມະນຸດ ຊື້ເອົາເລີຍ ຈ່າຍເງິນ ໃຫ້ພໍ່ແມ່ ແລ້ວນາຍໜ້າ ກໍຂາຍຕໍ່ ຜູ້ຊາຍຂາຍເຂົ້າ ໂຮງງານ ຜູ້ຍິງ ເຂົ້າໂຮງໂສເພນີ.