ລາວຂາດແຮງຄົນ ປາບປາມກຸ່ມຄ້າມະນຸດ

ສປປລາວ ຍັງຂາດເຂີນ ເຈົ້າໜ້າທີ່ ຫຼື ບຸກຄະລາກອນ ທີ່ຈະຊ່ວຍ ກໍາຈັດ ກຸ່ມ ຄ້າມະນຸສ ໃຫ້ ຫຼຸດຜ່ອນ ລົງໄດ້.

0:00 / 0:00

ກົດຟັງສຽງ

ເຈົ້າຫນ້າທິ່ ອົງການ ສາກົນ ຕໍ່ຕ້ານການ ຄ້າມະນຸດ ຖແລງວ່າ ປັດຈຸບັນ ຈໍານວນ ແຮງຄົນ ຫຼື ບຸກຄະລາກອນ ເພື່ອ ປະຕິບັດ ປາບປາມ ການ ຄ້າມະນຸດ ໃນລາວ ມີຫນ້ອຍ ບໍ່ພຽງພໍ ຕາມຄວາມ ຕ້ອງການ ຂອງ ຣັຖບານ ຈຶ່ງເຮັດໃຫ້ ບັນຫາ ດັ່ງກ່າວ ບໍ່ຖືກ ແກ້ໄຂໄດ້ ໃນເວລານີ້. ດັ່ງເຈົ້າ ຫນ້າທິ່ ກ່ຽວຂ້ອງ ເວົ້າວ່າ:

"ຢູ່ບ້ານ ເຮົານິ້ ມັນຂ້ອນຂ້າງ ບໍ່ມີຄົນໃດ ທິ່ຈະເຮັດ ໃນການ ສກັດກັ້ນ ການ ຄ້າມະນຸດ ເຈົ້າຫນ້າທິ່ ຕຳຣວດ ເພິ່ນກໍມີ ຈຳນວນ ຂ້ອນຂ້າງ ຈຳກັດ ເພາະສະນັ້ນ ໃນການ ພົບເຫັນ ບັນຫາ ຄ້າມະນຸດ ກໍຈະມີ ເລຶ້ອຍໆ ອາດຈະບໍ່ ເພິ້ມຂຶ້ນ ແຕ່ພົບເຫັນ ເລຶ້ອຍໆ".

ເຈົ້າຫນ້າທິ່ ທ່ານນັ້ນ ກ່າວເພິ້ມ ອີກວ່າ ບັນຫາການ ຄ້າມະນຸດ ເກິດຂຶ້ນ ເປັນປະຈຳ ໃນລາວ ແຕ່ບໍ່ມີການ ປາບປາມ ແລະ ແກ້ໄຂ ສ່ວນຫລາຍ ແມ່ນ ນາຍຫນ້າ ທິ່ ເປັນຄົນລາວ ດ້ວຍກັນ ມາຕົວະຍົວະ ຫຼອກລວງ ເອົາຜູ້ຍິງ ແລະ ເດັກນ້ອຍ ລາວ ໄປຄ້າ ປະເວນີ ໃນໄທ.

ທ່ານວ່າ ຣັຖບານລາວ ຖືບັນຫາ ການ ຄ້າມະນຸດ ເປັນບັນຫາ ທິ່ ຫລໍ່ແຫລມ ແລະ ສຳຄັນ ແຕ່ກໍເຮັດຫຍັງ ບໍ່ໄດ້ຫລາຍ ຍ້ອນຂາດ ງົບປະມານ ແລະ ບຸກຄະລາກອນ ໃນການ ປາບປາມ, ທາງອົງການ ສາກົນ ທິ່ເຮັດວຽກ ກ່ຽວກັບ ເລຶ້ອງນິ້ ໃນລາວ ກໍບໍ່ສາມາດ ເຮັດຫຍັງໄດ້ ມີແຕ່ຟຶ້ນຟູ ບຳບັດ ຄົນທິ່ຕົກ ເປັນເຫຍຶ່ອ ກຸ່ມ ຄ້າມະນຸດ ທິ່ຖືກສົ່ງ ກັບບ້ານ ເທົ່ານັ້ນ.

ຈາກການ ເກັບກຳ ຂໍ້ມູນ ພົບວ່າ ຍັງມີ ຜູ້ຍິງລາວ ຕົກເປັນເຫຍຶ່ອ ຂອງ ກຸ່ມ ຄ້າມະນຸດ ເປັນຈຳນວນ ຫຼວງຫຼາຍ ໃນແຕ່ລະປີ ໂດຍສະເພາະ ຜູ້ຍິງ ຈາກເຂດ ຊົນນະບົດ ທິ່ຫ່າງໄກ ສອກຫລີກ ໃນລາວ ຜູ້ທິ່ຂາດ ຄວາມຮູ້ ແລະ ຂາດການ ສຶກສາ.