ທາງການລາວຫລຽວກາຍ ຂໍ້ມູນການຄ້າປະເວນີ

ທາງການລາວ ບໍ່ໃຫ້ຄວາມ ສົນໃຈ ນໍາເຣື່ອງ ການ ຄ້າມະນຸສ ຫຼືຂາຍ ບໍຣິການ ທາງເພດ ພໍເທົ່າໃດ.

0:00 / 0:00

ກົດຟັງສຽງ

ຈົນມາເຖິງ ເວລານີ້ ທາງການລາວ ກໍຍັງບໍ່ຄ່ອຍ ສົນໃຈໃນເຣື່ອງ ສະຖິຕິ ຂໍ້ມູນ ກ່ຽວກັບ ພວກແມ່ຍິງ ທີ່ຂາຍ ບໍຣິການ ທາງເພດ ພໍເທົ່າໃດ ຈື່ງເຮັດໃຫ້ ການຄ້າ ປະເວນີ ໃນ ສປປ ລາວ ຂຍາຍຕົວ ຮວມທັງຜູ້ທີ່ ໄປຂາຍ ບໍຣິການ ທາງເພດ ຢູ່ຕ່າງປະເທດ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທາງການລາວ ທ່ານນຶ່ງ ຢູ່ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ທາງການລາວ ບໍ່ຮູ້ວ່າ ຜູ້ໃດເຮັດ ແນວໃດ ຍົກຕົວຢ່າງວ່າ ເຂົາໄປ ຄ້າປະເວນີ ຢູ່ໄທບໍ່ ຢູ່ໄສ ພວກເຮົາ ຈະບໍ່ຮູ້ວ່າເຂົາ ໄປແນວໃດ ເພາະວ່າເຂົາໃຊ້ ພາສປອດບໍ່ ຫລືອະຫຍັງ ກໍບໍ່ຮູ້ໃຜ ທໍາງານຫຍັງ ເພາະທາງ ການລາວ ບໍ່ອະນຸຍາດ ໃນເຣື່ອງນີ້".

ນາງເວົ້າຕື່ມ ອີກວ່າ ນອກຈາກພວກ ຂໍໜັງສື ຜ່ານແດນ ໄປແລ້ວ ກໍຍັງມີ ພວກລັກ ອອກໄປຕ່າງ ປະເທດ ຫລື ຖືກຫລອກລວງ ຈາກ ພວກນາຍໜ້າ ໄປຄ້າປະເວນີ ຊຶ່ງທາງໜ່ວຍງານ ທີ່ກ່ຽວຂ້ອງ ບໍ່ໄດ້ເກັບກໍາ ຂໍ້ມູນ ຢ່າງລະອຽດ ເຮັດໃຫ້ການ ແກ້ໄຂບັນຫາ ນີ້ບໍ່ໄດ້ຜົນ ເທົ່າທີ່ຄວນ. ພວກທີ່ ອອກໄປນັ້ນ ກໍມີເດັກນ້ອຍ ທີ່ຖືກບັງຄັບ ໃຫ້ໄປ ບໍຣິການ ທາງເພສ ຄ້າປະເວນີ ໂດຍສະເພາະ ຢູ່ຕາມ ຮ້ານອາຫານ ຕ່າງໆ. ນາງເວົ້າວ່າ:

"ເພາະວ່າ ມັນກໍມີ ນາຍໜ້າ ຫລືເຈົ້າຂອງຮ້ານ ບັງຄັບ ເດັກເນາະ ບາງຄັ້ງ ກໍຖືກບັງຄັບ ຈະໃຫ້ເດັກ ສມັກໃຈເອງ ຄິດວ່າສິບໍ່ມີ".

ໃນຂນະນີ້ ຍັງບໍ່ທັນ ມີກົດໝາຍ ວ່າດ້ວຍການ ຄ້າມະນຸດ ແລະ ຍັງບໍ່ມີ ໜ່ວຍງານ ຮັບຜິດຊອບ ສະເພາະ. ເຖິງຢ່າງໃດ ກໍຕາມ ທາງການລາວ ກໍພຍາຍາມ ແກ້ໄຂບັນຫາ ການຄ້າ ປະເວນີ ນີ້ຢູ່ ເຖິງຈະຍັງ ຫ່າງໄກ ຈາກເປົ້າໝາຍ ທີ່ໄດ້ວາງ ເອົາໄວ້ ກໍຕາມ.