ເຫຍື່ອຂອງກຸ່ມຄ້າມະນຸສ ໃນລາວ

ໃນຣະຫວ່າງ 1 ທົສວັຕ ຜ່ານມາ ຊາວລາວ ທີ່ຕົກເປັນ ເຫຍື່ອ ຂບວນກາຣ ຄ້າມະນຸສ ກວ່າ 1,500 ຄົນ

0:00 / 0:00

ກົດຟັງສຽງ

ທາງກະຊວງ ແຮງງານ ແລະ ສວັສດີກາຣ ສັງຄົມລາວ ຍອມຮັບວ່າ ໃນຣະຫວ່າງ ໜຶ່ງ ທົສວັຕ ຜ່ານມາ ຄືແຕ່ປີ 2001 – 2011 ນີ້ນັ້ນ ມີ ປະຊາຊົນ ລາວ ໃນທົ່ວ ປະເທສ ຖືກຕົກເປັນ ເຫຍື່ອ ຂອງ ຂບວນກາຣ ຄ້າມະນຸສ ຫລາຍເຖິງ 1,637 ຄົນ, ແຕ່ ທາງອົງກາຣ ທີ່ບໍ່ຂຶ້ນ ກັບ ຣັຖບາລ ຫລື NGOs ວ່າຕົວເລຂ ທີ່ແທ້ຈິງ ອາຈມີ ຫລາຍກວ່າ ທີ່ ທາງກາຣລາວ ໄດ້ຣາຍງານ ໄປ ກໍເປັນໄດ້ ຊຶ່ງສ່ວນໃຫຍ່ ຈະເປັນ ເພດຍິງ ທີ່ມີ ຈຳນວນ ກວ່າ 60% ແລະ ມີອາຍຸ ແຕ່ໃນ ຣະຫວ່າງ 12-18 ປີ ເທົ່ານັ້ນ.

ສໍາລັບ ແຂວງທີ່ມີ ຜູ້ໄດ້ ຮັບ ເຄາະຮ້າຍ ຫລາຍກວ່າໝູ່ ນັ້ນແມ່ນ ແຂວງ ສວັນນະເຂຕ ທີ່ມີທັງ ໝົດ 643 ຄົນ, ຮອງລົງມາ ແມ່ນແຂວງ ສາຣະວັນ ທີ່ມີ 423 ຄົນ, ແຂວງ ຈຳປາສັກ ມີ 249 ຄົນ, ນະຄອນຫຼວງ ວຽງຈັນ 203 ຄົນ, ແຂວງວຽງຈັນ 70 ຄົນ, ຄຳມ່ວນ 65 ຄົນ ແລະ ເຫລືອນັ້ນແມ່ນ ຈາກ ເຂຕແຂວງ ອື່ນໆ.

ໃນຂນະດຽວກັນ ທາງ ກະຊວງ ແຮງງານ ແລະ ສວັສດີກາຣ ສັງຄົມລາວ ກໍໄດ້ກ່າວ ຢ້ຳວ່າ ພວກທີ່ ຕົກເປັນເຫຍື່ອ ຂອງ ຂບວນກາຣ ຄ້າມະນຸສ ດັ່ງກ່າວ ສ່ວນຫລາຍ ຈະຖືກສົ່ງໄປ ເປັນຄົນໃຊ້ ຢູ່ຕາມ ບ້ານເຮືອນ ຕາມໂຮງງານ ຂນາດນ້ອຍ ຢູ່ຕາມ ຮ້ານອາຫາຣ ສະຖານທີ່ ບັນເທີງ ຫລື ບໍຣິກາຣ ທາງເພສ ກໍມີຢ່າງ ຫລວງຫລາຍ.

ສາເຫຕຫລັກ ທີ່ເຮັດໃຫ້ ຊາວລາວ ດັ່ງກ່າວ ຕ້ອງຕົກ ເປັນເຫຍື່ອ ຂອງ ຂບວນກາຣ ຄ້າມະນຸສ ນັ້ນ ກໍຍ້ອນ ຕົກຢູ່ໃນ ສະພາບ ດ້ອຍ ກາຣພັທນາ ຂາດກາຣ ສຶກສາ ທາງກາຣ ກ່ຽວຂ້ອງ ບໍ່ສາມາຕ ເຂົ້າໄປ ໃຫ້ກາຣ ຝຶກອົບຮົມ ໃຫ້ໄດ້ ເທົ່າທີ່ຄວນ ຈຶ່ງກາຍເປັນ ຄົນຫູເບົ່າ ຟັງງ່າຍ ແລ້ວຈຶ່ງ ຖືກ ຫລອກລວງໄປ ຫລື ບໍ່ກໍຍ້ອນ ສະພາບ ຄວາມຍາກຈົນ ຂອງ ທາງຄອບຄົວ ນັ້ນເອງ.