ໂຮງງານຜລິດ ຢາເສບຕິດໃນລາວ

ຮອງ ນາຍົກ ຣັຖມົນຕຣີ ໄທ ທ່ານ ສເລິມ ຢູບຳຣຸງ ໄດ້ກ່າວ ຂອບໃຈ ສື່ມວລຊົນ ໄທ ທີ່ອອກຂ່າວ ກ່ຽວກັບ ການ ພົບເຫັນ ໂຮງງານ ຜລິດ ຢາເສບຕິດ ໃນລາວ ໃນເຂດ ປົກຄອງ ພິເສດ.

0:00 / 0:00

ກົດຟັງສຽງ

ຈາກການ ລາຍງານຂ່າວ ກ່ຽວກັບ ເຣື້ອງນີ້ ເຈົ້າຫນ້າທີ່ ຫນ່ວຍ ປາບປາມ ຢາເສພຕິດ ຂອງລາວ ກໍໄດ້ບຸກ ເຂົ້າໄປ ກວດຄົ້ນ ແລະ ທັບມ້າງ ສະຖານທີ່ ດ່ັງກ່າວ ແລະ ສາມາດ ຍືດ ຢາເສບຕິດ ໄດ້ ຫລາຍກວ່າ 2 containers ທີ່ມີມູນຄ່າ ປະມານ 50 ລ້ານບາດ.

ຮອງ ນາຍົກ ຣັຖມົນຕຣີ ໄທ ຍອມຮັບວ່າ ຢ່າງນ້ອຍ ມີຄົນໄທ 6 ຄົນ ທີ່ມີສ່ວນ ພົວພັນ ໃນວົງການ ຄ້າ ຢາເສບຕິດ ດັ່ງກ່າວ. ອີງຕາມ ຄຳໃຫ້ການ ຂອງ ທ່ານ ສເລີມ ທັງ 6 ຄົນນັ້ນ ຢູ່ໃນ ບັນຊີ ຂອງ ເຈົ້າຫນ້າທີ່ ໄທ ຢູ່ແລ້ວ. ທ່ານ ສເລິມ ໄດ້ອອກ ຄໍາສັ່ງ ໃຫ້ຮອງ ຫົວຫນ້າ ຕຳຣວດ ແຫ່ງຊາດ ພົລຕຳຣວດ ເອກ ປານຸພົງ ສິງຫາຣາ ນະ ອະຢຸທຍາ ເປັນຫົວຫນ້າ ສືບສວນ ກ່ຽວກັບ ເຣຶ້ອງນີ້.

ທ່ານ ປະຕິເສດ ທີ່ວ່າ ມີເຈົ້າ ຫນ້າທີ່ ຣະດັບສູງ ຂອງໄທ ມີສ່ວນ ພົວພັນ ກ່ຽວກັບ ເລຶ້ອງນີ້ ແລະ ສັນຍາ ວ່າຈະນຳ ຜູ້ເຮັດຜິດ ມາລົງໂທດ ໃຫ້ໄດ້ ເຖິງແມ່ນວ່າ ບຸກຄົນນັ້ນ ຈະມີ ເສັ້ນສາຍ ໃຫຍ່ ປານໃດ ກໍຕາມ.

ທ່ານສເລີມ ເປັນຜູ້ ເຮັດແທ້ ທຳຈິງ ໃນການ ປາບປາມ ກຸ່ມຄ້າ ຢາເສບຕິດ ໃນໄທ ນອກຈາກ ນາຍົກ ຣັຖມົນຕຣີໄທ ນາງສາວ ຍິ່ງລັກ.