ກົດຟັງສຽງ
ຈົນເຖິງ ປັດຈຸບັນ ເຈົ້າໜ້າທີ່ ອົງການ ທີ່ບໍ່ຂື້ນ ກັບຣັຖບານ ສາກົນ ສາມາດ ໃຫ້ການ ຊ່ວຍເຫລືອ ແກ່ຜູ້ທີ່ໄດ້ຮັບ ເຄາະຮ້າຍ ຈາກການ ຄ້າມະນຸດ ໃນລາວໄດ້ ສະເພາະແຕ່ ຜູ້ທີ່ຖືກສົ່ງ ມາຈາກທາງການ ເທົ່ານັ້ນ.
ໃນສະພາບ ຄວາມເປັນຈິງ ຄົນລາວ ຫຼາຍຄົນ ທີ່ຕົກເປັນເຫຍື່ອ ຂອງ ການຄ້າມະນຸດ ຢູ່ປະເທດ ເພື່ອນບ້ານ ຕິດຕໍ່ມາຂໍ ຄວາມຊ່ວຍເຫຼືອ ໂດຍຕຣົງ ຈາກອົງການ ແຕ່ທາງອົງການ ບໍມີສິດ ທີ່ຈະໃຫ້ການ ຊ່ວຍເຫຼືອ ໄດ້ຢ່າງເຕັມທີ. ເຈົ້າໜ້າທີ່ ອົງການຕ້ານ ການຄ້າມະນຸດ ເວົ້າວ່າ:
“ປົກກະຕິ ອົງການອື່ນ ຂ້າເຈົ້າ ຈະຮັບ ແຕ່ສະເພາະ Case ທີ່ມາຈາກ ທາງການເນາະ ມີບາງ ກໍຣະນີ ທີ່ເຂົາໂທ ເຂົ້າມາ ເຂົາຂໍຄວາມ ຊ່ວຍເຫລືອ ເຂົາສິຕາຍແລ້ວ ຖ້າວ່າບໍ່ຊ່ວຍ ກໍບໍ່ຮູ້ທາງ ກັບບ້ານ ຕົວຢ່າງ ກໍບໍ່ຮູ້ ວ່າບາງຄົນ ກໍບໍ່ຈື່ຊໍ້າວ່າ ພີ່ນ້ອງໂຕເອງຢູ່ໃສ? ເພາະວ່າຖືກ ເອົາເຂົ້າໄປ ຈຸດນຶ່ງ ຂອງໄທ ແຕ່ວ່າ ຖືກສົ່ງອອກມາ ອີກຈຸດນຶ່ງ ກໍຈະບໍ່ ສາມາດ ຊ່ວຍເຫລືອ ໂຕເອງໄດ້ ໂດຍສະເພາະ ໃນສ່ວນ ຂອງເດັກນ້ອຍ.”
ເຈົ້າໜ້າທີ່ ອົງການ ສາກົນ ເວົ້າອີກວ່າ ເທົ່າທີ່ຜ່ານມາ ຖ້າມີຄົນ ໂທມາ ຂໍຄວາມຊ່ວຍເຫລືອ ທາງອົງການ ຈຳເປັນຕ້ອງຟ້າວ ໃຫ້ການ ຊ່ວຍເຫລືອ ຢ່າງລັບໆ ເພາະວ່າຖ້າ ຜ່ານຂັ້ນຕອນ ທາງການ ຈະໃຊ້ເວລາດົນ ໂພດ. ໃນແຕ່ລະມື້ ມີຄົນລາວ ໂທມາຂໍ ຄວາມຊ່ວຍເຫລືອ ປະມານ 15 ຫາ 20 ຄົນ ຊຶ່ງສ່ວນຫລາຍ ແມ່ນຍິງສາວ ແລະ ເດັກນ້ອຍ ທີ່ຖືກນາຍໜ້າ ກົດຂີ່ຂົ່ມເຫັງ ເອົາປຽບຫລື ຖືກທາງການ ປະເທດເພື່ອນບ້ານ ຈັດສົ່ງກັບຄືນ ປະເທດລາວ. ບາງກໍຣະນີ ກໍຖືກທຳຮ້າຍ ຮ່າງກາຍ ຖ້າຊ່ວຍເຫລືອ ບໍ່ທັນເວລາ ແລະອາດເປັນ ອັນຕະຣາຍ ຕໍ່ສຸຂພາບ ຫຼືຊີວິດ ຂອງ ພວກເຂົາເຈົ້າ.
ທ່ານເວົ້າ ມ້ວນທ້າຍວ່າ ຖ້າຫາກ ຣັຖບານລາວ ເປີດໂອກາດ ໃຫ້ ອົງການສາກົນ ສາມາດ ໃຫ້ການຊ່ວຍເຫລືອ ແກ່ຜູ້ທີ່ໄດ້ ຮັບເຄາະຮ້າຍ ຈາກການ ຄ້າມະນຸດ ໄດ້ຢ່າງເສຣີ ໂດຍບໍ່ຈຳເປັນ ຕ້ອງຜ່ານ ຂັ້ນຕອນຂອງ ຣັຖບານ ທາງອົງການ ສາກົນ ກໍຈະສາມາດ ຊ່ວຍຜູ້ເຄາະຮ້າຍ ໄດ້ຫລາຍຂື້ນ.
