ອໍານາດເບື້ອງຫຼັງ ການຄ້າມະນຸດ

ເຈົ້າໜ້າທີ່ ອົງການ ສາກົນ ໃນລາວ ວ່າ ຜູ້ມີອິດທິພົນ ຢູ່ເບື້ຶອງຫລັງ ຂະບວນການ ຄ້າມະນຸດ ໃນລາວ.
ມະນີຈັນ
2011.12.21

ກົດຟັງສຽງ

ການຄ້າມະນຸດ ຢູ່ລາວ ມີເພີ່ມຂຶ້ນ ເຖິງຈະມີການ ກວດກາ ແຕ່ກໍຍັງມີ ບາງກຸ່ມ ທີ່ດໍາເນີນຢູ່ ຢ່າງເປັນ ຂະບວນການ ໂດຍສ່ວນໃຫຍ່ ຈະເປັນກຸ່ມຄົນ ທີ່ມີອິດທິພົນ ໜູນຫລັງ ເຮັດໃຫ້ ອົງການ ສາກົນ ບໍ່ສາມາດ ເຂົ້າ ດໍາເນີນການ ຢ່າງມີ ປະສິດທິພາບ ໄດ້ ສ່ວນນຶ່ງກໍຍ້ອນ ກັງວົນ ເຣື່ອງການປອງຮ້າຍ ຫລືໄດ້ຮັບຜົນ ກະທົບ ບໍ່ດີຕ່າງໆ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ອົງການ ສາກົນ ຕ້ານ ການຄ້າມະນຸດ ໃນລາວ:

"ພວກທີ່ພາໄປ ສ່ວນຫລາຍ ກໍຈະເປັນ ນາຍໜ້າ ຜູ້ທີ່ເປັນຄົນ ຮູ້ຈັກ ເປັນພີ່ນ້ອງ ຫລາຍກວ່າ ສ່ວນຫລາຍ ກໍຈະເປັນກຸ່ມ ເຫລົ່ານີ້ dealing ກັບ power ນີ້ ຜູ້ມີ ອິດທິພົນນີ້ ສ່ວນຫລາຍ ກໍຈະເປັນພວກ ຄົນຣວຍ ເປັນພວກ ເອກກະຊົນ ຫຍັງດຽວນີ້ ຫລາຍກວ່າ ທີ່ຮັບເອົາ ເດັກນ້ອຍມາ".

ທ່ານກ່າວວ່າ ຜູ້ມີອິດທິພົນ ໜູນຫລັງ ຈະຈ້າງຄົນ ໃນທ້ອງຖິ່ນ ຫາຄົນງານ ຫລື ແມ່ຍິງ ຈາກບ້ານຕ່າງໆ ໃນລາວ ເພື່ອເຂົ້າມາ ເຮັດວຽກຂາຍ ບໍຣິການ ທາງເພດ ໃນເມືອງໃຫຍ່ ທີ່ຜ່ານມາ ມີຫຼາຍ ກໍຣະນີ ທີ່ອົງການ ໄດ້ຮັບ ໂທຣະສັບ ແຈ້ງວ່າ ຮ້ານອາຫານ ບາງແຫ່ງ ມີແມ່ຍິງ ບໍຣິການ ທາງເພດ ແຕ່ທາງອົງການ ກໍບໍ່ສາມາດ ເຮັດຫຍັງໄດ້ ເພາະເປັນຮ້ານ ຂອງຜູ້ທີ່ມີ ອິດທິພົນ.

ທີ່ຜ່ານມາ ອົງການ ກໍໄດ້ຮ່ວມມື ກັບຕໍາຣວດ ໃນການເຂົ້າ ຊ່ວຍເຫລືອ ແມ່ຍິງ ຈາກ ສະຖານທີ່ ຂາຍ ບໍຣິການ ທາງເພດ ມາແລ້ວ ແລະໃຫ້ຕໍາຣວດ ໃນການດໍາເນີນ ທາງກົດໝາຍ ຕ້ອງປິດຂ່າວ ບໍ່ໃຫ້ກຸ່ມ ອິດທິພົນ ທີ່ໜູນຫລັງ ຮູ້ເຣື່ອງ ບໍ່ດັ່ງນັ້ນ ກໍຈະສົ່ງ ຜົນກະທົບ ຕໍ່ການ ດໍາເນີນງານ ຂອງອົງການ ຖ້າທາງການລາວ ຈັດການກັບ ຜູ້ມີ ອິດທິພົນ ໃນ ທ້ອງຖີ່ນໄດ້ ກໍຄົງຊ່ວຍໃຫ້ ວຽກງານຕ້ານ ການ ຄ້າມະນຸດ ດໍາເນີນ ໄປໄດ້ດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.