ຜູ້ຍິງລາວ ຜູ້ທີ່ ຕົກເປັນເຫຍື່ອ ຂອງກຸ່ມ ຄ້າປະເວນີ ທີ່ປະເທດໄທ ເມື່ອຖືກ ສົ່ງກັບບ້ານ, ພວກຂະເຈົ້າ ກໍ່ຖືກ ດູຖູກ ດູມິ່ນ ຈາກເພື່ອນຮ່ວມບ້ານ ດຽວກັນ. ບັນຫາໂສເພນີ ເປັນບັນຫາໃຫຍ່ ໃນລາວ ໃນເວລານີ້, ຈະເປັນກຸ່ມວັຍລຸ້ນ ຫລືເດັກນ້ອຍ ຜູ້ຍິງ ທີ່ຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ແລະ ຄ້າໂສເພນີ ທີ່ຖືກຫລອກມາ ປະເທດໄທ ກໍຕາມ. ເມື່ອຖືກ ສົ່ງກັບບ້ານ ຫລັງຈາກ ການບຳບັດແລ້ວ ກໍ່ຍັງຖືກເພື່ອນ ຮ່ວມບ້ານດຽວກັນ ດູຖູກ ດູມິ່ນ ເປັນປະຈຳ, ດັ່ງເຈົ້າຫນ້າທີ່ ຈາກອົງການ ແມ່ ແລະ ເດັກ ທ່ານນຶ່ງ ເວົ້າວ່າ:
“ເປັນເດັກສາວ ກັບເຂົ້າມາແລ້ວ ຊຸມຊົນ ກໍ່ບໍ່ຢາກໃຫ້ເຂົ້າມາ ກໍ່ມີ. ກັບມາແລ້ວ ເສັຍຊີວີດແລ້ວ ກໍ່ມີຫລາຍຄົນ. ກັບມາແລ້ວ ຖືກຊຸມຊົນ ກີດກັ້ນ ບໍ່ຢາກໃຫ້ເຂົ້າມາ ກໍ່ມີ. ເປັນຕົວ ລັງກຽດ ໄປເລີຍ ກໍ່ມີ”
ທ່ານວ່າ ເຫດຜົນ ທີ່ຊາວບ້ານຮູ້ ກໍ່ເປັນເພາະວ່າ ຫລັງຈາກ ກັບບ້ານແລ້ວ ເຈົ້າຫນ້າທີ່ ທາງການ ຍັງໄປສຳຣວດກວດ ສຸຂພາບ ຂອງພວກຂະເຈົ້າ ເພີ້ມອີກ ກ່ຽວກັບ ໂຣຄສັບຊ້ອນ ຫລື ໂຣຄທາງເພດ ທີ່ເຂົາຕິດມາ ແລະ ເຮັດໃຫ້ ຊາວບ້ານລະແວງ ສົງໄສ ແລະ ກໍ່ບໍຢາກຢູ່ ໄກ້ຊິດ ຫລື ໃຫ້ການຕິດຕໍ່ ແລະ ພົວພັນນຳ. ທ່ານກ່າວ ເພີ້ມອີກວ່າ:
“ພວກເຮົາ ຄິດວ່າ ສີ່ງດຽວ ທີ່ພວກເຮົາ ຈະສາມາດ ເຮັດໄດ້ ແນ່ນອນ ພວກເຮົ າຊີ່ຢຸດ ພວກວັຍລຸ້ນ ບໍ່ໃຫ້ເຂົ້າໄປ ເຮັດວຽກ ຢູ່ປະເທດໄທ ເປັນໄປ ບໍ່ໄດ້ຢູ່ແລ້ວ ຖ້າພວກເຂົາ ຈະໄປ ໃຫ້ຂະເຈົ້າ ມີຂໍ້ມູນ ໃຫ້ຂະເຈົ້າ ມີຄວາມຮູ້ ທີ່ຈະສາມາດ ປອ້ງກັນ ຕົວເຂົາເອງ ໄດ້.”
ເຖີງຢ່າງໃດກໍ່ຕາມ ບັນຫາ ການຄ້າ ມະນຸດ ແລະ ຄ້າໂສເພນີນັ້ນ ກໍ່ເປັນບັນຫາ ທີ່ເຈົ້າຫນ້າທີ່ລາວ ແລະ ໄທ ກຳລັງ ທຳການປາບປາມ ກັນຢູ່ ໃນເວລານີ້ ແລະ ກໍ່ເປັນການຍາກ ທີ່ຈະສກັດກັ້ນໄດ້ ເພາະມີຜູ້ຍິງລາວ ເປັນຈຳນວນ ຫລວງຫລາຍ ທີ່ລັກລອບ ເຂົ້າໄປ ຊອກຫາວຽກເຮັດ ງານທຳ ທີ່ປະເທດໄທ ແລະ ບາງລາຍ ກໍ່ຕົກເປັນເຫຍື່ອ ຂອງ ກຸ່ມຄ້າມະນຸດ ແລະ ຄ້າປະເວນີ. ເດັກຜູ້ຍິງ ກຸ່ມນີ້ ຖືກບັງຄັບ ໂດຍທີ່ ພວກຂະເຈົ້າ ບໍ່ຮູ້ສຶກຕົວ. ໃນທີ່ສຸດ ກໍ່ກາຍເປັນ ຄົນໂສເພນີ ທີ່ສັງຄົມ ດູຖູກ.
