ກົດຟັງສຽງ
ໃນປັດຈຸບັນ ການຄ້າ ປະເວນີ ທີ່ຢູ່ເບື້ອງຫລັງ ຂອງ ຮ້ານອາຫານ, ຮ້ານບັນເທິງ ຫລາຍແຫ່ງ ຊຶ່ງ ຜູ້ປະກອບການ ໄດ້ນຳສເນີ ການ ບໍຣິການ ອາຫານ ແລະ ເຄຶ່ງດຶ່ມ ເປັນສາກ ບັງຫນ້າ, ແຕ່ເປົ້າຫມາຍ ທີ່ແທ້ຈິງ ນັ້ນຄື ການຂາຍ ບໍຣິການ ທາງເພດ ຂອງ ຜູ້ຍິງລາວ ຈຳນວນນຶ່ງ ທີ່ປະປົນ ຢູ່ໃນຮູບແບບ ພນັກງານ ເສີບ.
ກະຊວງ ສາທາຣະນະສຸຂ ລາຍງານວ່າ ການເພິ້ມຂຶ້ນ ຂອງ ສະຖານທີ່ ບັນເທິງ, ໂຮງແຮມ ບັນພັກ ແລະ ຮ້ານກິນດຶ່ມ ສົ່ງຜົລ ເຮັດໃຫ້ ມີການ ເພິ້ມຂຶ້ນ ຂອງສາວ ບໍຣິການ ທາງເພດ ຊຶ່ງສ່ວນໃຫຍ່ ມາຈາກເຂດ ຊົນນະບົດ ພາກເຫນຶອ ຂອງລາວ ຍ້ອນສະພາບ ຄວາມທຸກຍາກ ເປັນສິ່ງ ຊຸກຍູ້ ໃຫ້ຂະເຈົ້າ ເຂົ້າມາເຮັດວຽກ ເປັນສາວ ບໍຣິການ ທາງເພດ.
ການມີລາຍໄດ້ ເພິ້ມ ຂອງສາວ ບໍຣິການ ທາງເພດ ເປັນສິ່ງດຶງດູດ ໃຫ້ຜູ້ຍິງສາວ ຄົນອຶ່ນໆ ຕ້ອງເລືອກ ການຂາຍ ບໍຣິການ ທາງເພດ ນັບມຶ້ ຫລາຍຂຶ້ນ. ໃນຂນະດຽວກັນ ພວກ ເຈົ້າຂອງຮ້ານ ແລະ ພວກແມ່ສື່ ກໍສວຍ ໂອກາດ ຂູດຮີດ ຜູ້ຍິງສາວລາວ ຈໍາພວກນີ້ ໃນຫລາຍ ຮູບແບບ ແລະ ບໍ່ເປັນທັມ.
ການ ບໍຣິການ ທາງເພດ ມີຫລາຍແບບ ສລັບສັບຊ້ອນ ຂຶ້ນຢູ່ກັບ ຜິກໄຫວ ຂອງຜູ້ ສນອງ ແລະ ຜູ້ໃຊ້ ບໍຣິການ, ອັນເປັນສາເຫດ ສຳຄັນ ທີ່ພາໃຫ້ ເກິດບັນຫາ ປາກົດການ ຫຍໍ້ທໍ້ ໃນສັງຄົມ ທີ່ຄຽງຄູ່ ໄປກັບ ບັນຫາ ຢາເສພຕິດ ໃນ ສປປ ລາວ.
ຜົລຮ້າຍ ທີ່ຕາມມາ ກໍຄື ສັງຄົມເຊື່ອມ, ການ ຜິດຖຽງກັນ, ບັນຫາ ຄວາມແຕກແຍກ ແລະ ໃຊ້ຄວາມ ຮຸ່ນແຮງ ໃນຄອບຄົວ. ການສົມສູ່ ທາງເພສ ຕາມ ສະຖານທີ່ ບໍຣິການ ຕ່າງໆ ຍັງເປັນ ພາຫະນະ ນຳໄປສູ່ ການຕິດ ເຊຶ້ອໂຣຄ ທີ່ ຮ້າຍແຮງ ດັ່ງເຊື້ອ hiv ຫລຶ ເອດສ ທີ່ມີການ ແພ່ລາມ ໄປທົ່ວ ໃນເວລານີ້.
ຕາມສະຖີຕິ ຂອງ ກະຊວງ ສາທາຣະນະສຸຂ ແລະ ອົງການ ອະນາມັຍ ໂລກ ສະພາບການ ໂຣຄເອດສ ໃນຜູ້ຍິງ ບໍຣິການ ທາງເພດ ໃນລາວ ໃນປັດຈຸບັນ ມີແນວໂນ້ມ ສູງ ໃນການ ຕິດເຊຶ້ອ. ແຂວງ ທີ່ມີ ການຕິດ ເຊຶ້ອ hiv ຫລາຍ ກວ່າຫມູ່ ແລະ ຕາມລຳດັບ ກໍ່ແມ່ນ ແຂວງບໍ່ແກ້ວ, ນະຄອນຫລວງ ວຽງຈັນ, ແຂວງວຽງຈັນ, ຫລວງພຣະບາງ ສວັນນະເຂດ ຫລວງນ້ຳທາ ຈຳປາສັກ ແລະ ແຂວງ ທີ່ມີ ບ່ອນທ່ອງທ່ຽວ ໃນລາວ.
