ແຮງງານຖືກ ແລະ ເຍົາວະໂສເພນີ ໃນ ໄທ ມາຈາກ ສປປລາວ

ສປປລາວ ເປັນ ແຫ່ລງ ທີ່ມາ ຂອງ ການຄ້າ ຜູ້ຍິງ ເພື່ອ ໄປເປັນ ໂສເພນີ ແລະ ຂູດຮີດແຮງງານ ຢູ່ ໄທ.
ມະນີຈັນ ຣາຍງານ
2008.06.05

ຣາຍງານ ປະຈໍາປີ ກ່ຽວກັບ ການຄ້າ ມະນຸດ ໃນ ປະເທດ ຕ່າງໆ ໃນ ໂລກ ທີ່ ອອກໂດຍກະຊວງ ການຕ່າງປະເທດ ສະຫະຣັດ ອະເມຣິກາ ໃນ ວັນທີ 4 ມິຖຸນາ ນີ້, ຣະບຸ ວ່າ ສປປລາວ ເປັນ ແຫລ່ງ ທີ່ມາ ທີ່ ສໍາຄັນ ຂອງ ຜູ້ຍິງ ແລະ ເດັກນ້ອຍ ທີ່ ຖືກ ລັກລອບ ນໍາເຂົ້າ ປະເທດ ໄທ ເພື່ອ ການຄ້າ ທາງເພດ ແລະ ຂູດຮີດ ແຮງງານ ໃນ ຖານະ ເປັນຄົນ ຮັບໄຊ້ ໃນ ບ້ານເຮືອນ ຫລື ເຮັດວຽກ ໃນ ໂຮງຈັກ ໂຮງງານ ຢູ່ ໄທ.

ຣາຍງານ ປີ 2008 ນີ້ ເວົ້າວ່າ ຜູ້ຊາຍ ລາວ ແມ່ຍິງ ລາວ ແລະ ເດັກນ້ອຍ ລາວ ຈໍານວນນຶ່ງ ຍ້າຍ ໄປຢູ່ ປະເທດ ເພື່ອນບ້ານ ເພື່ອ ຊອກຫາ ໂອກາດ ທີ່ດີຂຶ້ນ ທາງ ດ້ານເສດຖະກິດ; ແຕ່ ຫາກ ຕົກຢູ່ ໃນ ສະພາບ ຖືກ ບັງຄັບ ໃຫ້ ເຮັດວຽກ ໜັກ ແລະ ເປັນ ໂສເພນີ ພາຍຫລັງ ໄປເຖິງ ທີ່ນັ້ນ ແລ້ວ.

ຂະນະ ດຽວກັນ, ການຄ້າ ມະນຸດ ພາຍໃນລາວ ເອງ ກໍ ເປັນ ບັນຫາ ທີ່ ສົ່ງ ຜົນກະທົບ ກະເທືອນ ໃສ່ ຜູ້ຍິງ ຮວມທັງ ເດັກນ້ອຍ ທີ່ ຖືກຄ້າ ເພື່ອ ການຂູດຮີດ ທາງເພດ ໃນ ເຂດຕົວເມືອງ ໃຫຍ່ ຂອງ ລາວ ນໍາດ້ວຍ.

ຣັດຖະບານ ລາວ ບໍ່ ປະຕິບັດ ຢ່າງ ເຕັມສ່ວນ, ຕາມ ມາດຕະຖານ ຕໍ່າສຸດ ເພື່ອ ລົບລ້າງການຄ້າ ມະນຸດ.  ແຕ່ ເຖິງແນວໃດ ທາງການ ລາວ ກໍມີ ຄວາມພະຍາຍາມ ທີ່ ຈະ ກະທໍາ ຢ່າງ ເຫັນໄດ້ ຈະແຈ້ງ  ໂດຍ ໄດ້ເພີ່ມ ຄວາມພະຍາຍາມ ປະຕິບັດ ທາງ ກົດໝາຍ ສືບສວນ ສອບສວນ ແລະ ລົງໂທດ ຜູ້ກະທໍາຜິດ ເລື່ອງ ຄ້າມະນຸດ ແລະ ທັງ ຮ່ວມມື ກັບ ອົງການ ສາກົນ ຫລາຍຂຶ້ນ.

ກ່ຽວກັບ ຣາຍງານ ການຄ້າ ມະນຸດ ຂອງ ກະຊວງ ການຕ່າງປະເທດ ສະຫະຣັດ ປີ 2008 ນີ້ ສົມເນ ມີ ຣາຍລະອຽດ ມາ ສະເນີ ທ່ານ ຫລັງ ພາກຂ່າວ.

ຄຳສັບ ຊອກຫາຂໍ້ມູນ: ການຄ້າມະນຸດ humantrafficking

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.