ຜູ້ຍິງຖືກລັກພາ ໄປຂາຍໃນຈີນ

ຜູ້ຍິງ ຈາກ ວຽດນາມ ລາວ ແລະ ພະມ້າ ຖືກລັກ ພາຕົວ ເຂົ້າໄປຍັງ ປະເທດຈີນ ຫລາຍຂຶ້ນ ນັບມື້. ຕາມຣາຍງານຂ່າວ ທຸຣະກິດ ໂລກ IB TIMES ໃນວັນທີ 5 ທັນວາ ນີ້.

0:00 / 0:00

ກົດຟັງສຽງ

ທ່ານ Chen Shiqu ຜູ້ອໍານວຍການ ຫ້ອງການ ຕ້ານການ ຄ້າມະນຸດ ກະຊວງ ຮັກສາ ຄວາມສງົບ ພາຍໃນ ຂອງຈີນ ກ່າວວ່າ ຜູ້ຍິງ ຕ່າງດ້າວ ທີ່ຖືກລັກ ນໍາເຂົ້າ ຈີນ ມີຈໍານວນ ເພີ່ມຂຶ້ນ ນັ້ນແມ່ນແທ້. ຜູ້ຍິງ ເຫລົ່ານັ້ນ ປະສົງ ທີ່ຈະໄປ ຊອກວຽກເຮັດ ຢູ່ໃນ ປະເທດຈີນ ຫລືບໍ່ ກໍໄປ ແຕ່ງງານ ກັບຜູ້ຊາຍ ຈີນ ທີ່ຮັ່ງມີ ເພື່ອໜີ ຄວາມທຸກຍາກ ໃນປະເທດຕົນ.

ທີ່ແຂວງ Hebei ພາກເໜືອ ຂອງຈີນ ຕໍາຣວດ ໄດ້ຊ່ວຍ ເຈົ້າສາວ ຕ່າງດ້າວ ທີ່ຖືກ ຕົວະຍົວະ ແລະ ຖືກລັກນໍາ ເຂົ້າ ແຕ່ເດືອນ ເມສາປີ 2009 ຈໍານວນ 206 ຄົນ ໂດຍສ່ວນໃຫຍ່ ຈາກ ປະເທດ ວຽດນາມ ຈາກ ລາວ ໄທ ກັມພູຊາ ແລະພະມ່າ. ໃນຣະຫວ່າງ ທາງ ທີ່ນໍາຕົວ ເຂົ້າຈີນ ພວກນາງ ກໍມັກ ຖືກຂາຍ ໄປເປັນ ເຈົ້າສາວ ໃຫ້ຜູ້ຊາຍ ໃນເຂດ ຊົນນະບົດ ຂອງຈີນ ໃນຣາຄາ 20 ພັນ ຢັວນ ຫຼື ປະມານ 3145 ໂດລາ ສະຫະຣັຖ ຫາ 50 ພັນ ຢັວນ ຫລືບໍ່ ກໍຖືກບັງຄັບ ໃຫ້ເປັນ ໂສເພນີ.

ຂ່າວຣາຍງານ ຕື່ມວ່າ ພວກ ກໍ່ການ ເຫລົ່ານີ້ ມັກຊອກຫາ ຜູ້ຍິງ ຈາກເຂດ ຊົນນະບົດ ອາຍຸ ຣະຫວ່າງ 20-30 ປີ ໂດຍ ຫລອກລວງ ວ່າຈະໄດ້ ວຽກງານດີ ເງິນເດືອນ ສູງ. ຄັນເມື່ອ ພວກຜູ້ຍິງ ຕົກລົງ ແລ້ວ ພວກເຂົາ ກໍຈັດແຈງ ເຣື່ອງການ ເດີນທາງ ຜ່ານຊາຍແດນ ແບບ ຜິດກົດໝາຍ ໂດຍໃຊ້ ຫົນທາງນ້ອຍ ຜ່ານປ່າ ຜ່ານເຂດພູ ຫລື ລັກຂ້າມ ເຂົ້າຈີນ ໂດຍທາງນໍ້າ.

ຈີນ ໄດ້ລົງນາມ ໃນບັນທຶກ ຄວາມເຂົ້າໃຈ MOU ວ່າດ້ວຍ ການຮ່ວມມື ຕໍ່ຕ້ານ ການຄ້າມະນຸດ ໃນ ອານຸ ພູມີພາກ ແມ່ນໍ້າຂອງ ກັບໄທ ພະມ່າ ລາວ ແລະ ກັມພູຊາ ແລະ ມີການ ປະຊຸມກັນ ປະຈໍາປີ ເພື່ອຊ່ວຍ ກໍາຈັດ ການ ຄ້າມະນຸດ ຂ້າມແດນ.