ກົດຟັງສຽງ
ສູນຕ້ານ ການຄ້າມະນຸດ ຂອງ ມູນນິທິ ກະຈົກເງົາ ໃນໄທ ຣາຍງານວ່າ ເດັກນ້ອຍ ເຍົາວະຊົນ ລາວ ທີ່ຖືກ ຫລອກລວງ ໄປເຮັດວຽກ ຢູ່ໄທ ແລະ ຫລາຍຄົນ ຖືກບັງຄັບ ໃຫ້ເປັນ ໂສເພນີ ນັ້ນ ເປັນເດັກນ້ອຍ ທີ່ມີບັນຫາ ຄອບຄົວ ແລະ ເປັນຊົນເຜົ່າ ສ່ວນນ້ອຍ ໃນລາວ, ດັ່ງນາງ ສຸແພວ ກັ່ນແກ້ວ ເຈົ້າໜ້າທີ່ ມູນນິທີ ດັ່ງກ່າວ ເວົ້າວ່າ:
"ນາງເວົ້າວ່າ ນາຍໜ້າ ຢູ່ໃນພື້ນທີ່ ໃນບ້ານ ໄປຕິດຕໍ່ ກັບພໍ່ແມ່, ເຂົາຈະເລືອກ ຕິດຕໍ່ ກັບຄົນ ທີ່ມີບັນຫາ ຄອບຄົວ ເດັກນ້ອຍ ທີ່ບໍ່ໄດ້ ຮຽນໜັງສື ແລະ ເດັກນ້ອຍ ຊົນເຜົ່າ".
ນາງ ສຸແພວ ກັ່ນແກ້ວ ກ່າວອີກວ່າ ຈາກຂໍ້ມູນ ທີ່ທາງ ມູລນິທິ ເກັບກຳໄດ້ ໃນຣະຍະ ສີ່ເດືອນ ໃນປີ 2011 ນີ້, ໃນຈຳນວນ ເດັກນ້ອຍ ຜູ້ຍິງລາວ ທີ່ມີອາຍຸ ຕ່ຳກວ່າ 17 ປີ ທັງໝົດ 700 ຄົນ ທີ່ມາກວດ ສຸຂພາບ ຢູ່ເມືອງ ອຸດອນທານີ ຂອງໄທ ມີຜູ້ຍິງລາວ 300 ຄົນ ບອກວ່າ ພວກເຂົາ ມາຈາກ ຄອບຄົວ ທີ່ທຸກຍາກ ຂາດເຂີນ; ພໍ່ແມ່ ກໍເຫັນດີ ເຫັນພ້ອມ ໃຫ້ມາຫາເງິນ ຢູ່ໄທ ເພື່ອຊ່ວຍເຫລືອ ຄອບຄົວ. ນອກຈາກນັ້ນ ເດັກນ້ອຍ ຜູ້ຍິງລາວ ຫລາຍຄົນ ຍັງມາຈາກ ເຂດ ຊົນນະບົດ ສອກຫລີກ ຫ່າງໄກ ເປັນ ຊົນເຜົ່ານ້ອຍ ທີ່ບໍ່ມີ ຄວາມຮູ້ ແລະ ພວກ ຄ້າມະນຸດ ສາມາດ ຫລອກລວງໄດ້ງ່າຍ.
ນາງ ສຸແພວ ເວົ້າໃນ ຕອນທ້າຍວ່າ; ທາງມູນນິທິ ກໍໄດ້ຣາຍງານ ບັນຫາ ດັ່ງກ່າວຂື້ນໄປ ຫາ ຣັຖບານລາວ ຫລາຍເທື່ອແລ້ວ ແຕ່ຈົນເຖິງ ປັດຈຸບັນ ກໍຍັງບໍ່ໄດ້ ຮັບການແກ້ໄຂ ແນວໃດເທື່ອ.