ຜູ້ຕົກເປັນເຫຍື່ອຂອງ ການຄ້າມະນຸດ

ຜູ້ຍິງລາວ ທີ່ຕົກ ເປັນເຫຍື່ອ ຂອງການ ຄ້າມະນຸດ ໃນໄທ ມີຈໍານວນ ຫລາຍ ເປັນ ອັນດັບ 3 ຮອງຈາກ ພະມ້າ ແລະ ກັມພູຊາ.

0:00 / 0:00

ກົດຟັງສຽງ

ຜູ້ຍິງລາວ ທີ່ຕົກ ເປັນເຫຍື່ອ ຂອງການ ຄ້າມະນຸດ ໃນໄທ ມີຈໍານວນ ຫລາຍ ເປັນອັນດັບ 3 ຮອງຈາກ ພະມ້າ ແລະ ກັມພູຊາ. ຕາມຄໍາເວົ້າ ຂອງ ມາດາມ Joy Ezcilo ຜູ້ຂຽນ ຣາຍງານ ພິເສດ ຂອງ ສະຫະ ປະຊາຊາດ ກ່ຽວກັບ ການ ຄ້າມະນຸດ, ເມື່ອມາ ຢ້ຽມຢາມ ປະເທດໄທ ຢ່າງເປັນ ທາງການ ແຕ່ວັນ ທີ 8 ຫາ 19 ສິງຫາ 2011 ເພື່ອເບິ່ງ ຜົລການ ປະຕິບັດ ມາຕການ ຕ້ານ ການ ຄ້າມະນຸດ ຂອງໄທ. ໃນການ ໃຫ້ສັມພາດ ຕໍ່ RFA ຫລັງກອງ ປະຊຸມ ຖແລງຂ່າວ ທີ່ ກະຊວງ ການຕ່າງ ປະເທດໄທ ໃນ ບາງກອກ ມາດາມ Ezcilo ກ່າວວ່າ:

"ມາດາມ ບໍ່ທັນມີ ໂອກາດ ມາຢ້ຽມຢາມ ແລະ ປະຕິບັດ ພາຣະກິດ ຢູ່ລາວ ແຕ່ຈາກ ຂໍ້ມູລ ທີ່ໄດ້ຮັບ ໃນຣະຫວ່າງ ຢ້ຽມຢາມ ໄທ ນັ້ນ ເຫັນວ່າ, ສປປລາວ ເປັນຜູ້ ຮັບເຄາະຮ້າຍ ຈາກການ ຄ້າມະນຸດ ໃນໄທ ຫລາຍ ໃນອັນດັບ 3 ຮອງຈາກ ພະມ້າ ແລະ ກັມພູຊາ". ນັ້ນກໍ ໝາຍຄວາມວ່າ ຕົວເລກ ຄົນຖືກ ຄ້າ ແມ່ນສູງ ແລະ ກໍມີ ບັນຫາ ການ ຄ້າມະນຸດ ຢູ່ລາວ ຊຶ່ງເປັນ ບ່ອນທີ່ມາ ຂອງຜູ້ ເຄາະຮ້າຍ ຈາກພວກ ຄ້າມະນຸດ ແລະ ກໍເຊື່ອວ່າ ຣັຖບານ ລາວ ມີການ ຂຍາຍ ຄວາມ ພຍາຍາມ ຮ່ວມມື ຕິດຕໍ່ ໂດຍກົງກັບ ຣັຖບານ ໄທ ເພື່ອກໍາຈັດ ບັນຫາ ດັ່ງກ່າວ".

ນຶ່ງໃນ ຈໍານວນ ເຂດແຂວງ ທີ່ ມາດາມ Ezcilo ໄດ້ໄປ ຢ້ຽມຢາມ ກໍມີ ແຂວງ ສະມຸດສາຄອນ ສົງຂາ ທາງພາກ ໃຕ້ ຂອງໄທ ບ່ອນທີ່ ຜູ້ຍິງລາວ ຫລາຍ ສິບຄົນ ຮວມທັງ ຜູ້ທີ່ມີ ອາຍຸ ບໍ່ຮອດ 15 ປີ ຖືກຊ່ວຍ ໃຫ້ພົ້ນ ຈາກການ ບັງຄັບ ໃຫ້ຄ້າ ປະເວນີ ໃນຮ້ານ ຄາຣາໂອເກ Charlie ເມື່ອບໍ່ດົນ ມານີ້ ພ້ອມກັບ ຜູ້ຍິງທີ່ ເຄາະຮ້າຍ ຈາກ ພະມ້າ ແລະ ກັມພູຊາ.

ມາດາມ Ezcilo ກໍຮຽກຮ້ອງ ໃຫ້ຣັຖບານ ປະເທດ ທີ່ມີ ບັນຫາ ການ ຄ້າມະນຸດ ເປັນຕົ້ນ ໄທ ລາວ ກັມພູຊາ ພະມ້າ ຮວມເຖິງ ມາເລເຊັຽ ຮ່ວມມືກັນ ແກ້ໄຂ ບັນຫາ ການ ຄ້າມະນຸດ.