ກຸ່ມປະເທດລຸ່ມນໍ້າຂອງ ຄວນເຈຣະຈາກັບຈີນ

ນັກຊ່ຽວຊານ ອາເມຣິກັນ ກ່າວວ່າ ປະເທດ ໃນຂົງເຂດ ລຸ່ມແມ່ນໍ້າຂອງ ຄວນຫາ ວິທີທາງ ເຈຣະຈາ ກັບຈີນ.
ສົມເນ
2010.08.12

ບັນດາປະເທດ ໃນເຂດ ລຸ່ມແມ່ນໍ້າຂອງ ຄວນຮ່ວມມືກັນ ເພື່ອຫາວິທີ ເຈຣະຈາ ກັບທາງການ ຈີນ ໃຫ້ຢຸດສ້າງ ເຂື່ອນ ໃສ່ແມ່ນໍ້າຂອງ ຕອນເໜືອ ຂອງຈີນ ກ່ອນທີ່ຈີນ ຈະສ້າງຂື້ນຕື່ມ.

ການສ້າງເຂື່ອນ ຫລາຍແຫ່ງ ຂອງຈີນ ຈະເຮັດໃຫ້ ຈີນ ສາມາດກັກນໍ້າ ໄວ້ສະເພາະ ຕົນເອງເປັນ ຈໍານວນຫລວງຫລາຍ ຈົນເຮັດໃຫ້ ລະບົບນິເວດ ປ່ຽນແປງຢ່າງ ຄວບຄຸມ ບໍ່ໄດ້. ການປ່ຽນແປງ ຂອງລະບົບ ນີເວດ ແມ່ນໍ້າຂອງນີ້ ສົ່ງຜົນ ສະທ້ອນໃສ່ ການດໍາຣົງ ຊີວິດຂອງ ປະຊາຊົນ ໃນພາກລຸ່ມ ແມ່ນໍ້າຂອງ ຢ່າງຮຸນແຮງ. ຕາມຄໍາຖແລງ ຂອງທ່ານ Richard P Cronin ຫົວໜ້າ ສູນພູມີພາກ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ສະຖາບັນ ສະຕິມຊັນ ເຊັນເຕີ້ ສະຫະຣັຖ ອະເມຣິກາ ຢູ່ທີ່ກອງ ປະຊຸມ ທີ່ບາງກອກ:

"ທ່ານວ່າ: ຕ້ອງຊັກຊວນ ໃຫ້ຈີນ ຢຸດເຊົາສ້າງເຂື່ອນ ໃສ່ແມ່ນໍ້າຂອງ ຕອນເທິງ ເທົ່າທີ່ສ້າງແລ້ວ ໃນຂນະນີ້. ມັນບໍ່ທັນ ຊ້າເກີນໄປ ສໍາລັບຮຽກຮ້ອງ ໃຫ້ຈີນຢຸດ ສ້າງເຂື່ອນ ຫລັງຈາກເຂື່ອນ ທີ 4".

ທ່ານ Cronin ໄດ້ກ່າວເຣື້ອງນີ້ ໃນກອງປະຊຸມ ສາທາຣະນະຊົນ ໃນຫົວເຣື້ອງ ການພັທນາ ແມ່ນໍ້າຂອງ harnessing the Mekong ທີ່ຈັດຂື້ນຢູ່ທີ່ ມະຫາວິທຍາໄລ ຈຸລາລົງກອນ ບາງກອກ ປະເທດໄທ ເມື່ອວັນທີ 11 ສິງຫາ ປີ 2010.

ປັດຈຸບັນ ປະເທດຈີນ ມີແຜນການ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ຕອນເໜືອທັງໝົດ 8 ແຫ່ງ ໄດ້ສໍາເຣັດ ໄປແລ້ວ 3 ແຫ່ງ ກໍາລັງສ້າງຕື່ມ 2 ແຫ່ງ ແລະອີກ 3 ແຫ່ງ ພວມສືກສາຢູ່. ຜ່ານມາມີຫລາຍ ພາກສ່ວນ ການຈັດຕັ້ງ ປະຊາຄົມ ແລະ ລະດັບປະເທດ ໄດ້ສະແດງຄວາມ ເປັນຫ່ວງ ວ່າການສ້າງ ເຂື່ອນຂອງຈີນ ເຮັດໃຫ້ລະບົບ ນິເວດ ປ່ຽນແປງໄປ ຢ່າງຄວບຄຸມ ບໍ່ໄດ້.

ນອກນັ້ນຍັງ ຮຽກຮ້ອງໃຫ້ ຈີນ ເຂົ້າຮ່ວມ ປືກສາຫາລື ກ່ຽວກັບການໃຊ້ ແມ່ນໍ້າຂອງ ຮ່ວມກັນ ແຕ່ມາຮອດ ປັດຈຸບັນ ຈີນ ກໍຍັງບໍ່ໄດ້ ປະຕິບັດ ແນວໃດໝົດ ຕາມຄໍາ ຮຽກຮ້ອງ ຂອງຜູ້ເປັນຫ່ວງ.

ທ່ານ Cronin ອະທິບາຍວ່າ ໂຄງການສ້າງເຂື່ອນ ທັງໝົດຂອງ ຈີນ ຈະສົ່ງຜົນ ກະທົບ ຢ່າງຮ້າຍແຮງ ຕໍ່ແມ່ນໍ້າຂອງ ແລະ ຊີວິດການ ເປັນຢູ່ຂອງ ປະຊາກອນ ໃນແມ່ນໍ້າຂອງ ຕອນລຸ່ມ ເຊັ່ນ: ໄທ ລາວ ກໍາພູຊາ ແລະວຽດນາມ ເນື່ອງຈາກວ່າ ເຂື່ອນດັ່ງກ່າວ ຈະຄວບຄຸມ ປະຣິມານ ນໍ້າ 70% ຂອງນໍ້າຂອງໄວ້.

ນັກວິຊາການ ຫລາຍຄົນໃຫ້ ຂໍສັງເກດວ່າ ເຖິງແມ່ນວ່າ ຈີນ ບໍ່ໄດ້ປະກາດ ວ່າຈະຢຸດ ການສ້າງເຂື່ອນ ທັງໝົດ ແຕ່ເມື່ອ ຈີນ ໄດ້ຮັບການ ກົດດັນຈາກ ນານາຊາດ ໃນເວລາທີ່ ຈີນ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ແມ່ນໍ້າຂອງ ເມື່ອເດືອນ ມິນາ ປີ 2010 ນີ້ ຈີນ ກໍໄດ້ ປະກາດຍົກເລີກ ໂຄງການສ້າງເຂື່ອນ ແມນສົງ ແຫ່ງນື່ງ ດັ່ງນັ້ນ ປະເທດໃນ ຂົງເຂດລຸ່ມ ແມ່ນໍ້າຂອງ ຄວນຫາວິທີ ທາງເຈຣະຈາ ກັບຈີນຕື່ມ ເພື່ອໃຫ້ ຈີນ ຢຸດເຊົາສ້າງເຂື່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.