ຣະດັບນໍ້າຂອງສູງຂື້ນ ໃນແຂວງພາກໃຕ້

ໃນທ້າຍເດືອນ ສິງຫາ ລະດັບນໍ້າ ໃນແມ່ນໍ້າຂອງ ໃນແຂວງພາກໃຕ້ ເພີ້ມຂື້ນໃກ້ ຂີດນໍ້າຖ້ວມ.

ກັມມາທິການ ແມ່ນໍ້າຂອງ MRC ທີ່ນະຄອນ ຫລວງວຽງຈັນ ຄາດວ່າ ຫລາຍແຂວງພາກໃຕ້ ຈະສ່ຽງຕໍ່ ສະພາບນໍ້າຖ້ວມ ເພາະວ່າ ຣະດັບນໍ້າ ໃນແມ່ນໍ້າຂອງ ໃນລະຫວ່າງ ວັນທີ 26-30 ສິງຫານີ້ ຈະສູງຂື້ນຮອດ 11 ແມັດ ເກືອບເຖິງລະດັບ ອັນຕຣາຍ ທີ່ກໍານົດໄວ້ ຄືວ່າ 12 ແມັດ ເປັນຈຸດ ອັນຕຣາຍ. ຕາມການເປີດເຜີຽ ຂອງເຈົ້າໜ້າທີ່ ຫ້ອງການ ວັດແທກນໍ້າ ຂອງອົງການ mrc ໃນນະຄອນ ຫລວງວຽງຈັນ:

"ນໍ້າຂື້ນ ແມ່ນແລ້ວ 11 11.50 12-13 ແມັດ ກໍກຽມແລ້ວ ກຽມຮັບມື ກໍເຮັດແຜນ ຮອງຮັບ ຈຸດໃດ ຈຸດໃດ ແຕ່ລະເຂດໃດ ໃຜຈະຮັບຜິດຊອບ ກໍໄດ້ແບ່ງກັນ ໝົດແລ້ວ".

ເຈົ້າໜ້າທີ່ວ່າ ລາຍງານການ ວັດແທກນໍ້າ ເມື່ອວັນທີ 25 ສິງຫາ ຜ່ານມານີ້ ວ່າ ພາຍໃນສັປດາ ນີ້ຣະດັບ ນໍ້າຂອງ ຈະສູງຂື້ນ ສະເລັ່ຽປະມານ 10-12 ແມັດ ແລະຄາດວ່າ ຈະເກີດນໍ້າຖ້ວມ ໃນແຂວງພາກໃຕ້.

ລາຍງານ ພະຍາກອນ ອາກາດບອກວ່າ ເມື່ອວັນທີ 26 ສິງຫານີ້ ພາຍຸ ຣະດູຮ້ອນ Mindulle ທີ່ເຂື່ອນຈາກ ເມືອງດານັງ ຂອງວຽດນາມ ມາຍັງແຂວງ ບໍຣິຄໍາໄຊ ແລະ ໄດ້ປ່ຽນເປັນ ພະຍຸທີ່ມີ ຄວາມກົດດັນ ອາກາດຕໍ່າ ໄດ້ເກີດຝົນ ຕົກໜັກ ໃນຫລາຍພາກສ່ວນ ຂອງຫລາຍແຂວງ ພາກໃຕ້ ປັດຈຸບັນ ພະຍຸດັ່ງກ່າວ ກໍາລັງມຸ້ງໜ້າ ໄປຍັງ ແຂວງວຽງຈັນ ແຂວງຊຽງຂວາງ ຫລວງພຣະບາງ ອຸດົມໄຊ ບໍ່ແກ້ວ ຫລວງນໍ້າທາ.

ໃນມື້ວັນທີ່ 27 ຈະມີຝົນ ຕົກໜັກ ຕື່ມອີກຢູ່ ໃນຫລາຍແຂວງ ແລະແຂວງທີ່ມີ ຄວາມສ່ຽງສູງ ຕໍ່ນໍ້າຖ້ວມ ກໍມີ  ຄໍາມ່ວນ ແລະ ແຂວງຈໍາປາສັກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org