ພິຈາຣະນາສາເຫດ ນໍ້າຂອງບົກແຫ້ງ

ຄນະກັມມາທິການ ວິສາມັນ ຂອງໄທ ລົງພື້ນທີ່ ໃນລາວ ພິຈາຣະນາ ຫາສາເຫດ ແມ່ນໍ້າຂອງ ຫລຸດຕໍ່າລົງ ເຖິງຂັ້ນວິກິດ.
ມະນີຈັນ
2010.07.06

ຕາມຣາຍງານຂ່າວ ຜູ້ຈັດການ online ວັນທີ 6 ກໍຣະກະດາ 2010. ທ່ານ ສຸທັດ ເງິນໝື່ນ ສະມາຊິກສະພາ ຜູ້ແທນຣາສດອນ ຂອງໄທ ສັງກັດ ພັກປະຊາທິປັດ ໃນຖານະປະທານ ຄນະກັມາທິການ ໄດ້ລົງພື້ນທີ່ ສາທາຣະນະຣັຖ ປະຊາທິປະຕັຍ ປະຊາຊົນລາວ ເພື່ອສຶກສາວ່າ ການກໍ່ສ້າງແລະ ການບໍຣິຫານ ຈັດການເຂື່ອນ ໃນລໍານໍ້າສາຂາ ແມ່ນໍ້າຂອງ ຂອງລາວ  ຊຶ່ງມີຫລາຍເຂື່ອນ ເປັນສາເຫດ ເຮັດໃຫ້ຣະດັບນໍ້າ ໃນແມ່ນໍ້າຂອງ ຕໍ່າລົງ ໃນຊ່ວງຕົ້ນປີທີ່ ຜ່ານມາຫລືບໍ່.

ທ່ານສຸລິວົງ ດາຣາວົງ ຣັຖມົນຕຣີ ກະຊວງພລັງງານ ແລະບໍ່ແຮ່ ຂອງລາວ ຊີ້ແຈງວ່າ ການດໍາເນີນການ ກ່ຽວກັບເຂື່ອນ ໄດ້ຄໍານຶງເຖິງ ຜົລກະທົບຕ່າງໆ ທີ່ຈະເກີດ ໃນແມ່ນໍ້າຂອງ ຕລອດມາ. ສ່ວນເຂື່ອນ ທີ່ຢູ່ຕາມລໍານໍ້າ ສາຂາ ຕາມແມ່ນໍ້າຂອງ ບໍ່ວ່າຈະເປັນ ເຂື່ອນນໍ້າງື່ມ ຫລືເຂື່ອນນໍ້າເທີນ ຂໍຢືນຢັນວ່າ ບໍ່ກະທົບຕໍ່ຣະດັບນໍ້າ ເພາະນໍ້າທີ່ຖືກ ເຂື່ອນກັກໄວ້ ສຸດທ້າຍ ຈະປ່ອຍ່ໃຫ້ໃຫລລົງ ໃນແມ່ນໍ້າຂອງ, ບໍ່ໄດ້ນໍາໄປໃຊ້ ທີ່ອື່ນ. ໃນຣະດູແລ້ງ ທີ່ຜ່ານມາ ເຂື່ອນນໍ້າເທີນ 2 ມີສ່ວນຊ່ວຍ ໃຫ້ແມ່ນໍ້າຂອງ ໃນພື້ນທີ່ຕອນລ່າງ ບໍ່ແຫ້ງຂອດ ຈົນເກີນໄປ. 

ທາງດ້ານ ຍານາງ ເຂັມແພງ ພົລເສນາ ຣັຖມົນຕຣີ ປະຈໍາສໍານັກງານ ນາຍົກຣັຖມົນຕຣີ ຊີ້ແຈງວ່າ ເສຖກິດຂອງລາວ ໃນປີນີ້ ເຕີບໂຕເຖິງ 7 ຈຸດ 8 ສ່ວນຮ້ອຍ ແລະຕັ້ງເປົ້າ ຈະເຮັດໃຫ້ເຕີບໂຕ ເຖິງ 8 ສ່ວນຮ້ອຍ ໃຫ້ໄດ້. ຢ່າງໃດກໍຕາມ ການພັທນາປະເທດ ຂອງລາວ ຈະດໍາເນີນຄວບຄູ່ ໄປກັບການອະນຸຮັກ ດ້ານສິ່ງແວດລ້ອມ. ນອກຈາກນີ້ ຍັງຕັ້ງເປົ້າ ທີ່ຈະເພີ່ມພື້ນທີ່ ປ່າໄມ້ ຈາກທີ່ມີຢູ່ 41 ສ່ວນຮ້ອຍ ເປັນ 70 ສ່ວນຮ້ອຍ ໃນປີ 2020 ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.