ເຂື່ອນໄຟຟ້າໃນນໍ້າຂອງ ເຂດປາກແບງ

ໂຄງການ ເຂື່ອນໄຟຟ້າ ປາກແບງ ຈະມີບໍ່ການ ໂຍກຍ້າຍ ຊາວບ້ານ ເຖິງແມ່ນວ່າ ຈະມີນ້ຳຖ້ວມ ໃນບາງພື້ນທີ່ ກໍຕາມ.
ສິດນີ
2012.12.20
F-Mekong ທັມມະຊາດ ແມ່ນໍ້າຂອງ ໃນເຂດ ພາກໃຕ້ ຂອງລາວ
RFA/Viengsay

ເຈົ້າຫນ້າທີ່ ກະຊວງ ພະລັງງານ ແລະບໍ່ແຮ່ ເວົ້າວ່າ ຫາກມີການ ກໍ່ສ້າງເຂື່ອນ ປາກແບງ ໃນແຂວງ ອຸດົມໄຊ ຈະບໍ່ມີການ ໂຍກຍ້າຍ ປະຊາຊົນ ແຕ່ຢ່າງໃດ ເຖິງແມ່ນວ່າ ຈະມີນ້່ຳຖ້ວມ ໃນບາງພື້ນທີ່ ກໍຕາມ ແຕ່ສ່ວນໃຫຍ່ ຈະເປັນພື້ນທີ່ ການກະເສດ ແລະ ປ່າໄມ້ ບໍ່ແມ່ນ ບ້ານເຮືອນ ຂອງ ປະຊາຊົນ ຊາວບ້ານ ຈະບໍ່ໄດ້ຮັບ ຜົລກະທົບ. ທ່ານກ່າວວ່າ:

"ປາກແບງ ເຂື່ອນນ້ຳຂອງ ຖ້ວມຈຳນວນນື່ງ ແຕ່ບໍ່ມີ ໂຍກຍ້າຍ ປະຊາຊົນ ນ່າ ຢູ່ນີ້ກໍບໍ່ໄດ້ ໂຍກຍ້າຍ ຊາວບ້ານ".

ຫລັງຈາກ ມີຂ່າວວ່າ ໃນປັດຈຸບັນ ເຂື່ອນປາກແບງ ໄດ້ສຳເຣັດ ການສຳຣວດ ອອກແບບ ເປັນທີ່ຣຽບຮ້ອຍ ແລ້ວ ຖ້າຫາກ ຣັຖບານ ອະນຸມັດ ການກໍ່ສ້າງ ກໍຈະລົງມື ໄດ້ທັນທີ ໂຄງການ ດັ່ງກ່າວ ກໍເລີ້ມມີສຽງ ວິພາກ ວິຈານ ຈາກອົງການສາກົນ ດ້ານ ສິ່ງແວດລ້ອມ ບາງອົງການ ແລ້ວ ກ່ຽວກັບ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ການເປັນຢູ່ ຂອງ ປະຊາຊົນ ໃນເຂດພື້ນທີ່. ທາງການລາວ ກໍໃຫ້ການວ່າ ຈະບໍ່ມີການ ໂຍກຍ້າຍ ປະຊາຊົນ ເພາະ ນ້ຳຈະຖ້ວມ ແຕ່ພື້ນທີ່ ກະເສດ ແລະປ່າໄມ້ ເທົ່ານັ້ນ ຈະບໍ່ສົ່ງ ຜົລກະທົບ ຕໍ່ຊາວບ້ານ.

ອົງການແມ່ນ້ຳ ເພື່ອຊີວິດ ຂອງໄທ ວິຈານວ່າ ເຂື່ອນ ດັ່ງກ່າວ ຈະກໍ່ໃຫ້ເກີດ 4 ບັນຫາ ຄື: 1- ນ້ຳຈະຖ້ວມ ຕາມບໍຣິເວນ ແຄມຂອງ ຈະສົ່ງຜົລ ກະທົບຕໍ່ ການກະສິກັມ ຕາມແຄມຝັ່ງຂອງ ທັງສອງຝັ່ງ ລາວແລະໄທ. 2- ພັນປາ ນານາຊນິດ ຈະຖືກທຳລາຍ ໂດຍສະເພາະ ປາບຶກ 3- ອາຊີບ ຂອງກຸ່ມ ຊາວປະມົງ ເຮືອສິນຄ້າ ເຮືອທ່ອງທ່ຽວ ຈະໄດ້ຮັບ ຜົລກະທົບ ຍ້ອນການ ກັ້ນນ້ຳຂອງ ແລະ 4- ຈະກໍ່ໃຫ້ເກີດ ການອົພຍົບ ຊາວບ້ານ ຍ້ອນຂາດ ທີ່ທຳມາ ຫາກິນ ທັງຝັ່ງ ລາວ-ໄທ.

ເຂື່ອນໄຟຟ້າ ປາກແບງ ສ້າງກັ້ນ ນ້ຳຂອງ ບໍຣິເວນ ບ້ານປາກເງິນ ເມືອງປາກແບງ ຊາຍແດນ ຣະຫວ່າງ ແຂວງອຸດົມໄຊ ກັບແຂວງ ໄຊຍະບູຣີ ຄາດວ່າມີ ກຳລັງ ຜລິດໄຟຟ້າ ປະມານ 860 ເມກາວັດ ບໍຣິສັດ ຕ້າຖັງ International Power ຂອງຈີນ ເປັນຜູ້ ລົງທຶນສ້າງ ແລະ ຈະໃຊ້ເງິນ ງົບປະມານ 1,880 ລ້ານ ໂດລາ ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.