ນໍ້າຂອງເປື້ອນຍ້ອນ ສານພິດນາໆຊນິດ
2010.10.08
ກົດຟັງສຽງ
ແມ່ນ້ຳຂອງ ທີ່ໄຫລຜ່ານ ຫລາຍປະເທດ ແລະເຂດອຸດສາຫະກັມ ຫລາຍແຫ່ງ ໃນບັນດາປະເທດ ຕາມລຳແມ່ນ້ຳຂອງ ທັງຂ້າງເທີງ ແລະຂ້າງລຸ່ມ ທີ່ມີຄວາມຍາວ ຫລາຍຮ້ອຍກິໂລແມັດ ແລະ ມີປະຊາຊົນ ຫລາຍຮ້ອຍລ້ານຄົນ ອາສັຍແມ່ນ້ຳສາຍນີ້ ໃນການດຳຣົງຊີບ ຮ່ວມທັງ ເປັນແຫລ່ງທັມມະຊາດ ທາງດ້ານ ການກະເສດ ການປະມົງ ການຂົນສົ່ງສີນຄ້າ ແລະ ການສ້່າງເຂື່ອນ ເພື່ອພະລັງງານ ໄຟຟ້າ ໃນການພັທນາ ເສຖກິດ ໃນປະເທດແມ່ນ້ຳຂອງ.
ແຕ່ໃນປັດຈຸບັນ ແມ່ນ້ຳສາຍດັ່ງກ່າວ ມີຄວາມ ເປິເປື້ອນ ຈາກສານເຄມີ ປະເພດຕ່າງໆ ນອກຈາກເປັນແຫລ່ງ ຫາຢູ່ຫາກີນແລ້ວ ຍັງເປັນ ແຫລ່ງສະສົມ ສີ່ງເປິເປື້່ອນ ແລະ ສານເຄມີ ທີ່ເປັນພິດ ຈາກໂຮງຈັກໂຮງງານຕ່າງໆ ຕາມລຳແມ່ນ້ຳຂອງ ນຳອີກ ຮ່ວມດ້ວຍເຊື້ອ ແບກເຕີເຣັຽ ປະເພດ E.cola ແລະບາງເຂດ ນ້ຳ ໃນແມ່ນ້ຳຂອງ ບໍ່ເຫມາະສົມ ທີ່ຈະເອົາ ມາກີນມາໃຊ້.
ການຄົ້ນຄວ້າ ຣະບຸຕໍ່ໄປວ່າ ສານເຄມີທີ່ພົບເຫັນ ໃນແມ່ນ້ຳຂອງ ບາງແຫ່ງກໍ່ແມ່ນ ປະເພດແຮ່ທາດເຫລັກ ທາດເມກຄຸຣີ ທາດແຄດນຽມ ຈາກການ ຂຸດຄົ້ນແຮ່ທາດ ໃນປະເທດຕ່າງໆ ແຮ່ທາດເຫລົ່ານີ້ ເປັນສານພິດ ຍາກທີ່ຈະລະລາຍ ໃນນ້ຳ ແລະ ກໍ່ເປັນອັນຕຣາຍ ຕໍ່ມະນຸດແລະສັດສາວາສີ່ງ ທີ່ຈະດື່ມແລະໃຊ້ ນ້ຳນີ້ ໃນການປູກຝັງ.









