NGO ໃນໄທຕໍ່ຕ້ານ ເຂື່ອນໄຊຍະບູຣີ

ກຸ່ມອະນຸຮັກ ສິ່ງແວດລ້ອມ ແລະ ອົງກາຣ NGOs ຊາວໄທຽ ຮວບຮວມລາຍເຊັນ ເພື່ອຂໍໃຫ້ ຣັຖບາລ ພິຈາຣະນາ ເຍື້ອນໂຄງກາຣ ສ້າງເຂື່ອນ ໄຊຍະບູຣີ ອອກໄປເສັຽກ່ອນ ໃນຣະຍະ 10 ປີ.

0:00 / 0:00

ກົດຟັງສຽງ

ໃນປັຈຈຸບັນທາງເຄືອຂ່າຍ ປະຊາຊົນເຂຕລຸ່ມແມ່ນໍ້າຂອງທີ່ປະກອບດ້ວຍອົງກອນ ເອກຊົນແລະປະຊາຊົນໃນ 8 ແຂວງພາກເໜືອແລະພາກອີສານຂອງໄທຍແຕ່ ແຂວງຊຽງຮາຍລົງໄປເຖີງອຸບົລຣາຊທານີແລະອຳນາຈເຈຣີນໄດ້ອອກປະຊາສັມພັນ ເພື່ອໃຫ້ສນັບສນູນເປັນຣາຍຊື່ຂອງປະຊາຊົນໃຫ້ໄດ້ເຖິງ 5 ໝື່ນຄົນເພື່ອນຳ ເສນີຕໍ່ທາງຣັຖບາລໄທຽບໍ່ໃຫ້ເຫັນພ້ອມນຳໂຄງກາຣທີ່ຈະສ້າງເຂື່ອນໃສ່ແມ່ນ້ຳຂອງ ໃນເຂຕແຂວງໄຊຍະບູຣີເທື່ອຢ່າງນ້ອຍໃນຣະຍະ 10 ປີ ເພື່ອໃຫ້ມີກາຣທົບທວນ ຄືນເບີ່ງດ້ານຜົລກະທົບຢ່າງຖີ່ຖ້ວນແລະຮອບຄອບເສັຽກ່ອນ.

ທ່ານສົມກຽດເຂື່ອນຊຽງສາເຄືອຂ່າຍອະນຸຮັກຊັພຍາກອນທັມຊາຕແລະວັທນະທັມ ລຸ່ມແມ່ນ້ຳຂອງລ້ານນາທີ່ເປັນຕົວແທນຈາກແຂວງຊາຍຮາຍວ່າຖ້າໄດ້ຣາຍຊື່ເພີ່ມ ອີກໃຫ້ຄົບຕາມກຳໜົດຂອງເປົ້າໝາຍ-50,000-ຄົນເພື່ອຈະໄດ້ນຳສເນີຕໍ່ທາງ ຣັຖບາລໄທຍໃນມື້ວັນທີ່-18-ເມສານີ້ພ້ອມກັບນຳສົ່ງເຖີງສະຖານເອກອັຄຣາຊທູຕ ຂອງປະເທສສະມາຊິກຂອງກັມມາທິກາຣແມ່ນ້ຳຂອງຫລື-MRC-ອັນມີ:ສປປລາວ ໄທຽ-ກັມພູຊາ-ແລະວຽຕນາມ.

ທ່ານສົມກຽດໄດ້ແຈ້ງເພີ່ມວ່າກາຣທີ່ຕ້ອງໄດ້ເຣັ່ງໃຫ້ໄດ້ຣາຍເຊັນຂອງປະຊາຊົນກໍ ເພື່ອຈະໄດ້ນຳສເນີໃຫ້ທາງຣັຖບາລໄທຽພິຈາຣະນາຍຸຕິກາຣໃຫ້ຄຳເຫັນຫລືກາຣ ຕົກລົງທີ່ຈະໃຫ້ມີກາຣລົງມືສ້າງເຂື່ອນໄຟຟ້າໄຊຍະບູຣີດັ່ງກ່າວນີ້ໄວ້ເສັຽກ່ອນຢ່າງ ນ້ອຍໃນຣະຍະ-10-ຂ້າງໜ້ານີ້ຊຶ່ງທາງຣັຖບາລໄທຽຈະມີກາຣພິຈາຣະນາຢູ່ກອງ ປະຊຸມໃນມື້ວັນທີ່-19-ເມສານີ້ນັ້ນ.