ເຂື່ອນໄຊຍະບູຣີ ຖືກຕ້ານຢ່າງໜັກ

ເຄືອຂ່າຍປົກປ້ອງ ສິ່ງແວດລ້ອມ ຂອງ 6 ປະເທດ ຮວມຕົວກັນ ຕ້ານແຜນການ ສ້າງເຂື່ອນ ຂນາດໃຫຍ່ໃສ່ ແມ່ນໍ້າຂອງ ທີ່ແຂວງ ໄຊຍະບູຣີ.
ຈໍາປາທອງ
2010.10.06

ກົດຟັງສຽງ

ທ່ານ ນິວັດ ຣອຍແກ້ວ ຫົວໜ້າກຸ່ມ ຮັກຊຽງຂອງ ຂອງໄທ ກ່າວ ໃນກອງປະຊຸມ ສາກົນ ທີ່ຈັດຂຶ້ນຢູ່ ປະເທດ Mexico ວ່າ. "ພວກທ່ານ ຮວບຮວມລາຍເຊັນ ຂອງ ປະຊາຊົນ ທີ່ຕ້ານການ ສ້າງເຂື່ອນນັ້ນ".

ທ່ານກ່າວຕື່ມອີກວ່າ: "ພວກທ່ານ ຈະຕໍ່ສູ້ໄປ ຈົນເຖິງທີ່ສຸດ ເພາະວ່າ ເຂື່ອນຂນາດໃຫຍ່ ທີ່ແຂວງ ໄຊຍະບູຣີ ທີ່ວ່ານັ້ນ ຈະສ້າງຄວາມ ເສັຍຫາຍ ອັນໃຫຍ່ຫລວງ ໃຫ້ແກ່ ປະຊາຊົນ ຈຳນວນຫລາຍ ທີ່ສຸດ".

ທ່ານໄດ້ກ່າວ ຢູ່ໃນກອງ ປະຊຸມສາກົນ ກ່ຽວກັບ ຜົນກະທົບ ຂອງເຂື່ອນໄຟຟ້າ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ ທີ່ເມືອງ Temacapulin ປະເທດ Mexico ກ່ຽວກັບແຜນ ການສ້າງເຂື່ອນ ໄຊຍະບູຣີ ນັ້ນ ທາງການລາວ ໄດ້ສເນີ ຢ່າງເປັນທາງການ ຕໍ່ຄນະ ກັມມາທິການ ແມ່ນ້ຳຂອງ ຫລື MRC ແລ້ວ ແຕ່ຍັງລໍຖ້າ ຄໍາຕອບຢູ່.

ທ່ານ Jeremy bird ຫົວໜ້າຝ່າຍ ບໍຣິຫານ ຂອງກອງ ເລຂາທິການ ຄນະກັມມາທິການ ແມ່ນ້ຳຂອງ ເວົ້າວ່າ ຂນະນີ້ ທ່ານຈະບອກໃຫ້ ທຸກປະເທດ ສະມາຊິກ ກ່ຽວກັບ ບັນຫາດັ່ງກ່າວ ແລະ ຈະຊຸກຍູ້ໃຫ້ ປະເທດເຫລົ່ານັ້ນ ຫາຂໍ້ສະຫລຸບ ສຸດທ້າຍ ຮ່ວມກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.