ກົດຟັງສຽງ
ຊາວບ້ານ ໃນ ແຂວງ ໜອງຄາຍ ຄົນນື່ງ ເລົ່າໃຫ້ ນັກຂ່າວ ເອເຊັຽ ເສຣີ ຟັງວ່າ ໝູ່ຄູ່ ແລະ ຍາດພີ່ນ້ອງ ກັມມະກອນ ໄທ ທີ່ ເຮັດວຽກ ຢູ່ໃນກໍ່ສ້າງ ເຂື່ອນ ໄຊຍະບູຣີ ຢືນຢັນ ພ້ອມທັງ ສົ່ງຮູບ ໃຫ້ເບິ່ງວ່າ ວຽກງານ ກະຕຽມ ສ້າງເຂື່ອນ ໄຊຍະບູຣີ ບໍ່ໄດ້ ຢຸດຍັ້ງ ແລະ ການໂຍກຍ້າຍ ປະຊາຊົນ ໄປຢູ່ບ່ອນ ຈັດສັນ ກໍ ດໍາເນີນ ໄປເລື້ອຍໆ ເຖິງແມ່ນວ່າ ຈະມີການ ແນະນໍາ ໃຫ້ຝ່າຍລາວ ຕໍ່ເວລາ ການສືກສາ ຜົນກະທົບ ຕໍ່ ສິ່ງ ແວດລ້ອມ ສອງຄັ້ງ ແລ້ວ ກໍຕາມ. ດັ່ງຊາວ ເມືອງ ໜອງຄາຍ ຄົນນັ້ນ ໄດ້ກ່າວກັບ ເອເຊັຽ ເສຣີ ວ່າ:
"ພີ່ນ້ອງ ຝັ່ງໄທ ສ່ວນນື່ງ ໄປເປັນ ກັມມະກອນ ຢູ່ ຫົວ ເຂື່ອນ ໄຊຍະບູຣີ ເຂົາກໍຢືນຍັນ ມາກົງກັນ ຖ່າຍຮູບ ມາໃຫ້ ໄທ ພີ່ນ້ອງໄທ ເບິ່ງ ກົງກັນ ວ່າ ສ້າງເລື້ອຍໆ ເອື້ອຍ ບໍ່ຢຸດ ຕັ້ງແຕ່ ມີມະຕິ 2 ເທື່ອວ່າ ຂະຫຍາຍ ເວລາ ໃນການ ພິຈາຣະນາ ບໍ່ຖ້າ ຈັ່ງຊັ້ນ ຈັ່ງຊີ້ ຣັຖບານ ລາວ ກໍ່ສ້າງ ຕຣອດເວລາ ຕັດຖນົນ ຕຣອດ ເວລາ ໂຍກຍ້າຍ ພີ່ນ້ອງ ຕຣອດ ເວລາ ບ້ານທີ່ສີ່ ໃຫ້ພີ່ນ້ອງ ໂຍກຍ້າຍ ໄປຢູ່ ກໍສ້າງ ແລ້ວໆ".
ນາງເວົ້າວ່າ ນາງໄດ້ ໂອ້ລົມ ກັບ ພີ່ນ້ອງ ທີ່ເປັນ ກັມມະກອນ ສ້າງເຂື່ອນ ຢູ່ເລື້ອຍໆ. ເຂົາເຈົ້າ ບອກວ່າ ໂຄງການ ສ້າງເຂື່ອນ ບໍ່ໄດ້ ຢຸດລົງ ມີການສ້າງ ຖນົນ ຫົນທາງ ສ້າງທີ່ ພັກອາໄສ ຕຣອດຮອດ ສ້າງບ້ານ ເຮືອນ ສໍາລັບ ໂຍກຍ້າຍ ຊາວບ້ານ:
"ວັນທີ່ 4 ຫວ່າງນື່ງນີ້ ພີ່ນ້ອງ ຝັ່ງລາວ ພຸ້ນໄດ້ ຂ້າມມາ ໂອ້ລົມ ກັບ ພີ່ນ້ອງ 8 ແຂວງ ຢູ່ ໜອງຄາຍ ວ່າ ມື້ນີ້ສີ່ ເປັນມື້ທີ່ ຣັຖບານ ລາວ ໂຍກຍ້າຍ ພີ່ນ້ອງ ອອກຈາກ ພື້ນທີ່ ໝູ່ບ້ານ ທີ່ ສ້າງເຂື່ອນນີ້ 96 ຫລັງຄາ ເຣືອນ ຮູ້ສືກ ຈັ່ງໃດ ກັບການ ໂຍກຍ້າຍ ເທື່ອນີ້ ອອກຈາກ ບ້ານເກີດ ພີ່ນ້ອງ ຝັ່ງລາວ ເລີຽ ບອກວ່າ ຢູ່ໆ ມາຢູ່ ໃນບ້ານ ຕຸກກະຕາ ຢູ່ໃນ ກອບ ຄວາມສຸກມັນ ບໍ່ຫລົງເຫລືອ ຢູ່ເລີຽ".
ນາງວ່າ ພີ່ນ້ອງ ຊາວລາວ ທີ່ອາໄສ ຢູ່ຕາມ ແຄມ ແມ່ນໍ້າຂອງ ຈໍານວນນື່ງ ກໍບໍ່ພໍໃຈ ຢາກໃຫ້ ສ້າງເຂື່ອນ ແລະ ບໍ່ຢາກຍ້າຍ ຈາກ ບ້ານເດີມໄປ ແຕ່ກໍ ເຮັດຫຍັງ ບໍ່ໄດ້ ເພາະວ່າ ບໍ່ມີສິດ ຈະຮຽກຮ້ອງ ອັນໃດ.
