ຄນະຜູ້ຕາງໜ້າ ສປຈີນ ພົບກັບ ຜູ້ນຳ ສປປລ

ຜູ້ນຳສູງສຸດຂອງ ສປປລາວ ພົບປະກັບ ຄນະຜູ້ຕາງໜ້າ ຂອງພັກຄອມມິວນິສຕ໌ ຈີນ ໃນມື້ວັນອັງຄາຣນີ້.

ທ່ານຈູມມະລີ ໄຊຍະສອນ ເລຂາທິກາຣ ພັກປະຊາຊົນ ປະຕິວັຕລາວ ແລະປະທານປະເທສ ສປປລາວ, ໃຫ້ກາຣຕ້ອນຮັບ ແລະພົບປະຫາຣື ກັບຄນະຜູ້ແທນ ຈາກພັກຄອມມິວນິສຕ໌ ຈີນ ທີ່ນຳໂດຽທ່ານ He Yong ໃນມື້ວັນອັງຄາຣ ທີ່ນະຄອນຫລວງ ວຽງຈັນ, ອີງຕາມ ກາຣຣາຍງານ ຂອງອົງກາຣຂ່າວ ຊີນຮວ໋າ ໃນວັນທີ່ 1 ກັນຍານີ້.

ໃນເວລາທີ່ມີກາຣ ພົບພໍ້ກັນ ຢ່າງເປັນທາງກາຣ ຄັ້ງນີ້, ຕ່າງຝ່າຍກໍມີ ກາຣແລກປ່ຽນດ້ານ ຄວາມຄິດເຫັນ, ເພື່ອເສີມສ້າງສາຍ ກາຣພົວພັນ ຣະຫວ່າງສອງປະເທສ ໃຫ້ແໜ້ນແຟ້ນກວ່າເກົ່າ.

ພ້ອມກັບສົ່ງເສີມ ດ້ານກາຣຮ່ວມມື ຊື່ງທາງຜູ້ນຳລາວ ກໍວ່າ, ໃຫ້ມີກາຣເພີ່ມຂຍາຍ ດ້ານກາຣຄ້າ ແລະ ກາຣລົງທຶນ ຂອງທາງກາຣຈີນ ໃນເມືອງລາວ ໃຫ້ມີຫລາຍ ເພີ່ມຂື້ນ, ຊື່ງປັຈຈຸບັນນີ້ ທາງກາຣຈີນ ມີກາຣລົງທຶນ ໃນເມືອງລາວ ຫລາຍທີ່ສຸດປະເທສໜື່ງ ໃນບັນດາ 30 ກວ່າປະເທສ. ໂດຽສະເພາະ ທາງດ້ານພລັງໄຟຟ້າ ແລະກາຣຂຸດຄົ້ນ ເໝືອງແຮ່ທາຕຕ່າງໆ.

ໃນຂນະດຽວກັນນັ້ນ ທ່ານ He Yong ກໍໄດ້ເນັ້ນໃນດ້ານ ຄວາມຄືບໜ້າຂອງ ກາຣຮ່ວມມື ຣະຫວ່າງສອງປະເທສ ໃນຣະຍະທີ່ ຜ່ານມາ, ແລະ ຍີ່ງຈະໃຫ້ມີຫລາຍ ເພີ່ມຂື້ນ, ພ້ອມກັບ ໃຫ້ກາຣຢືນຢັນວ່າ ທາງກາຣ ສປຈີນ, ຈະໃຫ້ຄວາມຮ່ວມມື ທຸກຢ່າງ ໃນກາຣພັທນາ ໃນເມືອງລາວ ໃຫ້ເຈຣີນ ກ້າວໜ້າຕໍ່ໆໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org