ປະທານປະເທດ ສປປລາວ ສິ້ນສຸດ ການຢ້ຽມຢາມ ຈີນ
ການຢ້ຽມຢາມຈີນ ຢ່າງເປັນທາງການຂອງ ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ສປປລາວ ໄດ້ຈົບລົງ ໃນວັນທີ່ 13 ກັນຍາ ປີ 2009 ນີ້.
-
ອາວະຣີ
2009-09-14 -
-
-
Your browser doesn’t support HTML5 audio
ຜູ້ນຳຂອງລາວໄດ້ ໄປຢ້ຽມຢາມເມືອງຂຸນມິ່ງ ເມືອງຫລວງຂອງ ຢູນ່ານຂອງຈີນ, ຊຶ່ງມີຊາຍແດນ ຕິດກັບພາກເໜືອ ຂອງລາວ, ຫລັງຈາກນັ້ນ ທ່ານ ຈູມມະລີ ໄຊຍະສອນ, ໄດ້ເຂົ້າພົບປະຫາລື ກັບຄນະຜູ້ນຳຈີນ, ເປັນຕົ້ນກັບທ່ານ ຮູ໊ຈິ໊ນຕ໊າວ ປະທານປະເທດຈີນ.
ຜູ້ນຳທັງສອງໄດ້ ຕົກລົງກັນວ່າ ສອງປະເທດ ຈະເສີມສ້າງຄວາມ ສຳພັນ ແລະ ຂຍາຍການຮ່ວມມື ຣະຫວ່າງກັນໃຫ້ ໃກ້ຊິດຂື້ນໃນ ຮອບດ້ານແລະ ໃນທຸກຣະດັບ.
ຫລັງຈາກນັ້ນ ຄນະຜູ້ນຳພັກລາວ ໄດ້ໄປຢ້ຽມຢາມເມືອງ Tianjin, ຊຶ່ງເປັນເມືອງ ທ່າເຮືອໃຫຍ່ ໃນພາກຕາວັນອອກ ສ່ຽງເໜືອຂອງຈີນ, ໃນອາກາດນີ້ ທ່ານ ຈູມມະລີ ໄຊຍະສອນ ໄດ້ກ່າວກັບຜູ້ນຳ ເມືອງທ່າເຮືອນັ້ນວ່າ, ສປປລາວ ຢາກຂຍາຍການ ຮ່ວມມື ແລະ ການລົງທຶນກັບເມືອງ Tianjin.
ໃນມື້ຕໍ່ມາ ຜູ້ນຳລາວກໍໄປ ຢ້ຽມຢາມໂຮງງານ ສ້າງເຄື່ອງບິນ ໂດຍສານ Airbus ຊຶ່ງເປັນເຄື່ອງບິນ ຂນາດໃຫຍ່ທີ່ສຸດ ໃນໂລກ.
ໃນມື້ວັນເສົາ ທ່ານ ຈູມມະລີ ໄຊຍະສອນ ກໍໄປຢ້ຽມຢາມ ແຂວງ Fujian ຊຶ່ງເປັນແຂວງໃນ ພາກຕາວັນອອກສ່ຽງໃຕ້ ຂອງຈີນ ແລະ ກໍເປັນແຂວງທີ່ມີ ໂຮງງານ ອຸດສາຫະກັມຫລາຍ, ແລະໃນໂອກາດ ດຽວກັນນັ້ນ ຜູ້ນຳລາວກໍໄດ້ ສະແດງເຈຕຈຳນົງ ຕໍ່ຜູ້ນຳແຂວງນັ້ນວ່າ, ຢາກໃຫ້ ນັກທຸຣະກິດຂອງຈີນ ໄປລົງທຶນຢູ່ ສປປລາວ
ສ່ວນຜູ້ນຳແຂວງ ກໍກ່າວວ່າແຂວງ Fujian ຫວັງວ່າຈະໄດ້ ແລກປ່ຽນ ແລະຮ່ວມມືກັບ ສປປລາວ ຢ່າງໃກ້ຊິດໃນ ດ້ານວັທນະທັມ ການສຶກສາແລະ ການທ່ອງທ່ຽວ.
ທ່ານ ຈູມມະລີ ໄຊຍະສອນ ໄປຢ້ຽມຢາມຈີນ ນັບແຕ່ວັນທີ່6 ເດືອນກັນຍາ ນີ້ເປັນຕົ້ນມາ ແລະລວມທັງໝົດ ຂອງການຢ້ຽມຢາມຈີນ ເປັນເວລາ ແປດມື້ເຕັມ.