ປະທານ ສປປລາວ ຢ້ຽມຢາມ ແຂວງຢູນ່ານ ຂອງຈີນ
ຜູ້ນຳລາວກ່າວວ່າ ສປປລາວ ພ້ອມທີ່ຈະຂຍາຍ ການຮ່ວມມືກັບ ແຂວງຢູນ່ານ ຂອງຈີນ.
-
ອາວະຣີ
2009-09-08 -
-
-
Your browser doesn’t support HTML5 audio
ເມື່ອວັນຈັນ ວັນທີ່7 ກັນຍາ, ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ສປປລາວ, ໄດ້ຢ້ຽມຢາມ ແຂວງຢູນ່ານ ຂອງຈີນ ແລະໄດ້ພົບປະ ຫາລືກັບທ່ານ Bai Enpei ເລຂາທິການ ພັກຄອມມຸຍນິສຈີນ ປະຈຳແຂວງຢູນ່ານ.
ຕອນນຶ່ງ ຜູ້ນຳລາວກ່າວວ່າ ສປປລາວ ຢາກເສີມສ້າງ ຄວາມສຳພັນ ໃຫ້ແໜ້ນແຟ້ນຂື້ນ ແລະຢາກຂຍາຍ ການຮ່ວມມືຮອບດ້ານ ກັບແຂວງຢູນ່ານ ຂອງຈີນ. ປະຊາຊົນລາວ ໃນພາກເໜືອມີ ຄວາມເຊື່ອໝັ້ນວ່າ, ການຮ່ວມມື ຣະຫວ່າງ ລາວແລະແຂວງຢູນ່ານ, ຈະຊ່ວຍສ້າງສາ ພັທນາທັງສອງເຂດ.ໃນຣະຍະ ສອງສາມປີ ທີ່ຜ່ານມາ, ການຮ່ວມມືຣະຫວ່າງ ສອງຝ່າຍໄດ້ເລິ້ມ ອອກໝາກອອກຜົນ ແລ້ວ.
ສ່ວນທ່ານ Bai ຜູ້ນຳແຂວງຢູນ່ານ ເວົ້າວ່າ ການຮ່ວມມືຣະຫວ່າງ ແຂວງຢູນ່ານ ແລະລາວ ຂຍາຍຕົວຕລອດມາ ແລະແຂວງຢູນ່ານ ກໍຢາກຂຍາຍ ການຮ່ວມມື ດັ່ງກ່າວ ໃຫ້ກວ້າງຂວາງ ອອກໄປເລື້ອຍໆ.
ໃນເວລາຢ້ຽມຢາມ ແລະເຮັດວຽກຢູ່ ແຂວງຢູນ່ານຂອງຈີນ ເທື່ອນີ້ ທ່ານ ຈູມມະລີ ໄຊຍະສອນ ຈະໄປຢ້ຽມຢາມ ໂຮງງານ Aluminum ແລະສະຖານພັກຜ່ອນ ໃນພາກ ຕາວັນຕົກສ່ຽງໃຕ້ ຂອງແຂວງຢູນ່ານ. ຫລັງຈາກນັ້ນ ຜູ້ນຳພັກ ແລະຣັຖບານລາວ ຈະເດີນທາງໄປ ຢ້ຽມຢາມ ແລະພົບປະຫາລື ກັບຄນະຜູ້ນຳຈີນ ທີ່ກຸງປາກກິ່ງ ຕໍ່ໃນສັປດານີ້.
ຫ້ອງການພົວພັນ ຕ່າງປະເທດຂອງ ແຂວງຢູນ່ານແຈ້ງວ່າ, ພາກເໜືອຂອງລາວ ໄດ້ເລິ້ມມີ ການຮ່ວມມືກັບ ແຂວງຢູນ່ານເມື່ອປີ 2004, ເພື່ອສົ່ງເສີມການຄ້າ ແລະການທ່ອງທ່ຽວ.