ລາວແລະວຽຕນາມ ເສີມຂຍາຍກາຣຮ່ວມມື

ສປປລາວ ແລະວຽຕນາມ ເສີມຂຍາຍ ກາຣພົວພັນ ແລະກາຣ ຮ່ວມມືກັນ ໃຫ້ແໜ້ນແຟ້ນ ເພີ້ມຂື້ນອີກ.
ຫວາດ ສີມູນ
2010.08.26

ໃນຣະຫວ່າງ ກາຣຢ້ຽມຢາມ ນະຄອນຫລວງ ວຽງຈັນ ຂອງທ່ານ Nguyen Minh Triet ປະທານ ປະເທສ ສສວຽຕນາມ ເປັນເວລາ 3 ມື້ ເຣີ່ມແຕ່ ມື້ວັນທີ່ 24 ສິງຫາ ນີ້ນັ້ນ ຜູ້ນຳວຽຕນາມ ຖືກຕ້ອນຮັບ ໂດຽທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທສ ສປປລາວ ຢ່າງເປັນທາງກາຣ ໃກ້ຊິດ ກັນທີ່ສຸດ ຊຶ່ງຜູ້ນຳ ທັງສອງ ມີກຳໜົດ ລົງນາມໃນ ຂໍ້ສັນຍາ ຣະຫວ່າງກັນ ຫລາຍສະບັບ ຊຶ່ງກໍຮວມ ທັງດ້ານ ທຸຣະກິຈ ກາຣຄ້າ ແລະກາຣລົງທຶນ ໃຫ້ມີຫລາຍ ເພີ່ມຂຶ້ນ.

ເຖິງແມ່ນມີ ວິກິຕກາຣ ດ້ານເສຖກິຈ ຕົກຕໍ່າ ຢູ່ທົ່ວໂລກ ໃນຣະຍະ ຜ່ານມາກໍຕາມ ແຕ່ເປັນທີ່ ຄາດວ່າ ເສຖກິຈ ຂອງເມືອງລາວ ໃນຣະຍະ 6 ເດືອນທຳອິດ ຂອງປີ 2010 ນີ້ນັ້ນ ມີກາຣ ຂຍາຍຕົວເຖິງ 7.6% ໂດຽມີມູລຄ່າ ກາຣສົ່ງສິນຄ້າ ອອກເຖິງ 580 ລ້ານດອລລາຣ໌ ສະຫະຣັຖ ແລະໃນຂນະ ດຽວກັນມູລຄ້າ ຂອງກາຣນຳ ສິນຄ້າເຂົ້າ ກໍເພີ່ມຂຶ້ນເຖິງ 526 ລ້ານດອລລາຣ໌ ເຊັ່ນກັນ.

ສະເພາະມູລຄ່າ ກາຣຄ້າຮວມ ຣະຫວ່າງລາວ ແລະວຽຕນາມ ໃນຣະຍະ 6 ເດືອນທຳອິດ ຂອງປີນີ້ນັ້ນ ກໍມີເພີ່ມ ຂຶ້ນເຖິງ 212 ລ້ານດອລລາຣ໌ ຊຶ່ງເປັນກາຣ ຂຍາຍຕົວ ເຖິງ 8% ທຽບໃສ່ ໃນຣະຍະ ດຽວກັນ ຂອງປີທີ່ ຜ່ານມາ ແລະຈຳນວນ ດັ່ງກ່າວ ກໍຮວມທັງ 91 ລ້ານດອລລາຣ໌ ທີ່ຝ່າຍລາວ ສົ່ງເຂົ້າວຽຕນາມ.

ຢ່າງໃດກໍຕາມ ໃນຣະຍະ ຜ່ານມາ ທາງຣັຖບາລລາວ ອະນຸຍາຕ ໃຫ້ຝ່າຍ ວຽຕນາມ ເຂົ້າມາລົງທຶນ ໃນເມືອງລາວ ບໍ່ຕໍ່າກວ່າ 219 ໂຄງກາຣດ້ວຍກັນ ທີ່ຕົກເປັນ ມູລຄ່າ ທັງໝົດເຖິງ 2.4 ຕື້ດອລລາຣ໌ ຊຶ່ງໃນນັ້ນມີ 12 ໂຄງກາຣ ທີ່ມີມູລຄ່າ ຮວມບໍ່ຕໍ່າກວ່າ 168 ລ້ານດອລລາຣ໌ ທີ່ຫາກໍໄດ້ ຮັບກາຣ ສັມປະທານໃໝ່ໆ ແຕ່ຕົ້ນປີ 2010 ນີ້ມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.