ອຸບັຕຕິເຫຕ ຈາກຣະເບີດ ບໍ່ທັນແຕກ

ແຂວງສວັນນະເຂຕ ຍັງມີ ອຸບັຕຕິເຫຕ ຈາກຣະເບີດ ບໍ່ທັນແຕກ ເກີດຂຶ້ນເລື້ອຽໆ ແລະມີ 3 ເທື່ອແລ້ວ ໃນປີນີ້.
ຫວາດ ສີມູນ
2010.06.10

ອຸບັຕຕິເຫຕ ຈາກຣະເບີດ ທີ່ບໍ່ທັນແຕກ ພາຍໃນແຂວງ ສວັນນະເຂຕ ຍັງເປັນບັນຫາ ແລະເກີດຂຶ້ນເລື້ອຽໆ ດັ່ງຈະເຫັນໄດ້ ແຕ່ຕົ້ນປີ 2010 ນີ້ມາ ທີ່ມີທັງໝົດ ເຖິງ 3 ເທື່ອແລ້ວ ຊື່ງມີເດັກນ້ອຍ ຮວມຢູ່ດ້ວຍ ຍ້ອນຄວາມຮູ້ເທົ່າ ບໍ່ເຖິງກາຣ. ໃນແຕ່ລະປີ ກໍມີຜູ້ໄດ້ ຮັບບາດເຈັບ ແລະເສັຽຊີວີຕ ໄປຍ້ອນປະມານ 6-7 ຄົນ ດັ່ງເຈົ້າໜ້າທີ່ ຈາກໂຄງກາຣ ເກັບກູ້ຣະເບີດ ແຫ່ງຊາຕປະຈຳ ແຂວງສວັນນະເຂຕ ກ່າວວ່າ:

“ມາຮອດ ປັຈຈຸບັນນີ້ ກໍຍັງສືບຕໍ່ ມີອຸບັຕຕິເຫຕ ເກິດຂຶ້ນຢູ່ເນາະ ສຳຫລັບປີນີ້ ເນາະ ປີນີ້ກໍຍັງ ມີສືບຕໍ່ມີຢູ່ 3 ຄັ້ງເນາະ 3 ຄັ້ງໃຫຍ່ ສ່ວນຫລາຍແລ້ວ ແມ່ນເດັກນ້ອຍ ເນາະ ເປັນຕົວເລຂ ທີ່ສູງ”.

ພ້ອມດຽວກັນນີ້ ທ່ານກໍວ່າ ອຸບັຕຕິເຫຕ ທີ່ເກີດຂຶ້ນ ໃນປີນີ້ໆນັ້ນ ມີເດັກນ້ອຍເສັຽ ຊີວີຕໄປຄົນໜຶ່ງ ແລະໄດ້ຮັບບາດເຈັບ ຕື່ມອີກ 7 ຄົນ ຊຶ່ງສ່ວນຫລາຍກໍ ກາຍເປັນ ຄົນພິກາຣທີ່ ສູນເສັຽຊີ້ນສ່ວນ ຂອງຮ່າງກາຍ ແລະອຸບັຕຕິເຫຕ ທີ່ເກີດຂຶ້ນນັ້ນ ສ່ວນຫລາຍແມ່ນ ຢູ່ຕາມເຂຕພື້ນທີ່ ກາຣທຳມາຫາກິນ ຂອງປະຊາຊົນ ໂດຽສະເພາະ ໃນເຂຕເມືອງ ເຊໂປນ ເມືອງພິນ ເມືອງວິຣະບຸຣີ ເມືອງນອງ ແລະຕາມເສັ້ນທາງ ທີ່ວຽຕນາມ ເຂົ້າມາໃຊ້ໃນ ປາງສົງຄາມ ແລະໃຫ້ຊື່ວ່າ “ເສັ້ນທາງ ໂຮຈິມິນ”:

“ບາດເຈັບສະເລັ່ຽ ຕໍ່ປີນີ້ ກໍຢູ່ໃນຣະຫວ່າງ 6 ຫລື 7 ຄົນນີ້ແຫລະ ບາງປີກໍຫລາຍເນາະ ຮອດ 10 ບາງປີກໍບໍ່ຮອດ ສະເລັ່ຽນີ້ບໍ່ຫລຸດ ປີໜຶ່ງ 3 ຫາ 5 ຄັ້ງ ກາຣເສັຽຊີວີຕ ໃນແຕ່ລະປີນີ້ ບໍ່ຂາດປະມານ 2 ຫລື 3 ຄົນ”.

ທ່ານໄດ້ກ່າວ ເພີ່ມວ່າ ທາງເຈົ້າໜ້າທີ່ ກ່ຽວຂ້ອງ ໃນໂຄງກາຣ ເກັບກູ້ຣະເບີດ ຢູ່ເມືອງລາວ ໃນປັຈຈຸບັນນີ້ ມີກາຣເນັ້ນໃນ ວຽກງານກາຣ ໂຄສະນາ ແກ່ປະຊາຊົນ ກ່ຽວກັບຄວາມສ່ຽງ ທີ່ອາຈຈະເກີດຂຶ້ນ ຈາກຣະເບີດທີ່ ຍັງຕົກຄ້າງ ເພື່ອໃຫ້ ປະຊາຊົນໄດ້ ເພີ່ມຄວາມ ຣະມັດຣະວັງ ໃນກາຣນຳໃຊ້ ພື້ນທີ່ຕ່າງໆ ໃນຣະຫວ່າງທີ່ ທຳມາຫາກິນ.

ຢ່າງໃດກໍຕາມ ສວັນນະເຂຕ ເປັນແຂວງໜຶ່ງທີ່ ຍັງມີຣະເບີດ ທີ່ບໍ່ທັນແຕກ ຕົກຄ້າງຢູ່ຢ່າງ ຫລວງຫລາຍນັບ ເປັນແສນໆໜ່ວຍ ແລະທາງກາຣ ເກັບກູ້ກໍຍັງ ຂາດແຄນ ດ້ານງົບປະມານ ຢູ່ຄືເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.