ກໍາພູຊາວຽດນາມບໍ່ເຊັນ ຕ້ານລະເບີດລູກຫວ່ານ

ກໍາພູຊາ ແລະ ວຽດນາມ ມີຄວາມເຫັນ ແຕກຕ່າງ ກັບລາວ ກ່ຽວກັບການ ຕ້ານລະເບີດ ລູກຫວ່ານ.
ໂພໄຊສວັດ
2010-11-16
ອີແມວລ໌
ຄໍາເຫັນ
Share
ພິມ

ກົດຟັງສຽງ

ລາວມີບົດບາດ ຫ້າວຫັນ ໃນການຕ້ານ ລະເບີດລູກຫວ່ານ ແລະ ລະເບີດ ບໍ່ທັນແຕກ. ລະຫວ່າງ ວັນທີ 9 ຫາ 12 ພຶສຈິກາ 2010 ຊຶ່ງລາວ ໄດ້ເປັນ ເຈົ້າພາບຈັດ ກອງປະຊຸມ ເຈົ້າໜ້າທີ່ ສາກົນ ລະດັບສູງ ເທື່ອທຳອິດ ກ່ຽວກັບ ສົນທິສັນຍາ ຕ້ານລະເບີດ ລູກຫວ່ານ ນັບແຕ່ ສົນທິສັນຍາ ດັ່ງກ່າວ ໄດ້ຖືກ ນຳມາໃຊ້ແຕ່ ເດືອນ ສິງຫາ 2010.

ເຖິງຢ່າງໃດ ກໍຕາມ ກຳພູຊາ ແລະ ວຽດນາມ ທີ່ໄດ້ຮັບ ຜົນກະທົບ ຈາກລະເບີດ ລູກຫວ່ານ ບໍ່ໜ້ອຍໄປກວ່າ ລາວ ຊ້ຳພັດບໍ່ຍອມ ລົງນາມ ໃນສົນທິສັນຍາ, ຈື່ງສ້າງຄວາມ ລຳບາກໃຈ ໃຫ້ແກ່ ອົງການ ຕໍ່ຕ້ານ ຄວບຄຸມອາວຸດ ທີ່ມີຄວາມ ຫວັງວ່າ ປະເທດ ທີ່ໄດ້ຮັບ ຜົນກະທົບ ຈາກລະເບີດ ລູກຫວ່ານ ເຫລົ່ານີ້ ຈະເອົາມາຕການ ເປັນຜູ້ນຳພາ ໃນການຕ້ານ ລະເບີດລູກຫວ່ານ ແລະລະເບີດ ບໍ່ທັນແຕກນີ້.

ທ່ານ Thomas Nash ຜູ້ປະສານງານ ອົງການ ຮ່ວມຕໍ່ຕ້ານ ລະເບີດລູກຫວ່ານ ສາກົນ ກ່າວວ່າ “ກຳພູຊາ ແລະ ວຽດນາມ ທີ່ມີ ປະຊາຊົນ ໄດ້ຮັບຄວາມ ເຈັບປວດຈາກ ລະເບີດລູກຫວ່ານ ຄວນຊຸກຍູ້ ແລະ ເປັນກຳລັງ ໃຫ້ອົງການ ປະຊາສັງຄົມ ໃນການຕ້ານ ລະເບີດລູກຫວ່ານ ນີ້”.

ທ່ານກ່າວຕື່ມ ອີກວ່າ “ສົນທິສັນຍາ ບໍ່ພຽງແຕ່ ແຕ່ງຕັ້ງຂຶ້ນມາ ເພື່ອຍຸຕິ ອາວຸດ ປະເພດ ລະເບີດລູກຫວ່ານ ເທົ່ານັ້ນ, ແຕ່ແຕ່ງຕັ້ງ ຂຶ້ນມາ ເພື່ອຊ່ວຍ ເຫລືອຄົນ, ຈຸດປະສົງ ຂອງສົນທິສັນຍາ ແມ່ນເພື່ອຍຸຕິ ຄວາມເຈັບປວດ ທຸກທໍຣະມານ ຂອງຜູ້ໄດ້ ຮັບເຄາະຮ້າຍ, ດັ່ງນັ້ນ ປະເທດເຊັ່ນ ກຳພູຊາ ແລະ ວຽດນາມ ຈະມີຄວາມ ສຳຄັນ ສຳລັບການ ຕໍ່ສູ້ ຂອງພວກເຮົາ”.

ກຳພູຊາ ແຕ່ຕອນທຳອິດ ມີທ່າທີວ່າ ຈະຮ່ວມລົງນາມ ໃນສົນທິສັນຍາ ແຕ່ຕີໂຕ ອອກຫ່າງ ຫລັງຈາກການ ລົງນາມ ໃນປີ 2008 ໂດຍໃຫ້ ເຫດຜົນວ່າ ຍັງມີບັນຫາ ຂັດແຍ່ງ ເຂດຊາຍແດນ ກັບໄທ. ສ່ວນວຽດນາມ ສະແດງທ່າທີ ສນັບສນູນ ສົນທິສັນຍາ ແຕ່ ອ້າງວ່າອາດ ບໍ່ສາມາດ ເກັບກູ້ລະເບີດ ໄດ້ທັນຕາມ ເວລາທີ່ໄດ້ ກຳນົດໄວ້.

ເຖິງຢ່າງໃດ ກໍຕາມ ທ່ານ Nash ກ່າວສລຸບວ່າ ທັງສອງ ປະເທດທີ່ ບໍ່ຍອມລົງນາມ ໃນສົນທິສັນຍາ ອາດຈະຕົກ ຢູ່ໃນຄວາມສ່ຽງ ໃນອະນາຄົດ.

ເຕັມຫນ້າ