ສິດທິມະນຸດ ໃນເອເຊັຍ

ພູມີພາກ ເອເຊັຍ ພຍາຍາມ ສ້າງພາບພົດ ຂອງອົງການ ສິດທິມະນຸດ ເອເຊັຍ.
ໂພໄຊສວັດ
2010-11-15
ອີແມວລ໌
ຄໍາເຫັນ
Share
ພິມ

ກົດຟັງສຽງ

ຄນະກັມມາທິການ ສິດທິມະນຸດ ລະຫວ່າງ ຣັຖບານ ຫລື AICHR ມີອາຍຸການ ເຮັດວຽກ ໄດ້ປີນຶ່ງ ແລະ ຍັງຂາດ ຄວາມຄືບໜ້າ ທີ່ຈະແກ້ໄຂ ບັນຫາ ສະພາບ ສິດທິມະນຸດ ແລະ ການຂາດການ ພົວພັນກັບ ອົງການ ກຸ່ມ ປະຊາສັງຄົມ ເຮັດໃຫ້ຫລາຍຄົນ ທີ່ຢູ່ນອກ ວົງການ ຂອງຣັຖບານ ມີຂໍ້ສົງໃສ ແລະ ມີຄວາມ ຮູ້ສຶກວ່າ ອົງການ AICHR ໃຊ້ເວລາ ຍາວເກີນຄວນ ໃນການເຮັດວຽກ.

ສິ່ງທຳອິດ ທີ່ສຳຄັນ ແມ່ນ ຄວາມຮູ້ສຶກ ຮັບຜິດຊອບ ຂອງ ສະມາຊິກ ອາຊຽນເອງ ກ່ຽວກັບ ບັນຫາ ສິດທິມະນຸດ. ຫລັງຈາກການ ຮັບຮອງເອົາ ສັຕຍາບັນ ອາຊຽນ ປີ 2007, ຈົນນຳມາ ຊຶ່ງການຈັດຕັ້ງ ອົງການ AICHR ໃນປີ 2009, ມາຮອດ ປັດຈຸບັນ ນີ້ ສະມາຊິກ ອາຊຽນ ກໍຄົງ ນິ້ງນອນໃຈ ວ່າ ພັກຜ່ອນໄດ້ ແລ້ວ.

ແຕ່ໃນ ລະດັບສາກົນ ອາຊຽນກໍເປັນ ສະມາຊິກ ຂອງ ສະຫະປະຊາຊາດ ຊຶ່ງຈະຕ້ອງ ໄດ້ຜ່ານການ ກວດສອບ ການປະຕິບັດ ໜ້າທີ່ທຸກໆ 4 ປີ. ຕົວຢ່າງ ການກວດສອບ ທາງດ້ານ ສິດທິມະນຸດ ໃນລາວ ເມື່ອເດືອນ ພຶສພາຜ່ານມາ, ຜູ້ຕາງໜ້າ ທາງການລາວ ສາມາດ ຕອບຄຳຖາມ ຂອງເຈົ້າໜ້າທີ່ ສະຫະ ປະຊາຊາດ ໄດ້ຢ່າງ ບໍ່ມີຄ້າງຄາ. ນອກຈາກນັ້ນ ລາວ ຍັງໄດ້ ຮັບຂໍ້ສເນີ ຂອງ ສະຫະ ປະຊາຊາດ 48 ຂໍ້ ແຕ່ບໍ່ຍອມ ຮັບທີ່ຈະຈັດຕັ້ງ ອົງການ ສິດທິມະນຸດ ພາຍໃນປະເທດ ແລະ ບໍ່ຍອມ ປ່ອຍນັກໂທດ ທີ່ພາກັນ ປະທ້ວງ ຢ່າງສັນຕິ ໃນລາວ.

ເຖິງຢ່າງໃດ ກໍຕາມ ການປະພຶດ ແບບນີ້ ເຮັດໃຫ້ລາວ ຂາດມາຕຖານ ໃນການ ປະຕິບັດ ກົດເກນຂອງ ສິດທິມະນຸດ ໃນລະດັບ ພູມີພາກ ຊຶ່ງອາຊຽນ ຖືວ່າ ບັນຫາ ສິດທິມະນຸດ ໃນພູມີພາກ ອາຊຽນ ແມ່ນ ຖືກຕ້ອງ ກັບລະດັບ ແລະ ມາຕຖານ ອາຊຽນ ແລ້ວ.

ການກວດສອບ ທາງດ້ານ ສິດທິມະນຸດ ໃນລາວ ເມື່ອເດືອນ ພຶສພາ ລາວ ໄດ້ແກ້ໄຂ ບັນຫາ ກ່ຽວກັບ ແມ່ຍິງ ແລະເດັກນ້ອຍ, ການບໍຣິຫານ ດ້ານ ສານຍຸຕິທັມ, ການປະຕິບັດ ຕໍ່ຊາວມົ້ງລາວ ທີ່ຖືກສົ່ງກັບ ຈາກໄທ, ການມີ ເສຣີພາບ ໃນການອອກ ຄວາມຄິດຄວາມເຫັນ, ການມີສິດ ໃນການປະທ້ວງ, ກ່ຽວກັບ ສະພາບ ຂອງ ນັກໂທດ ແລະ ກ່ຽວກັບ ລະເບີດຝັງດິນ ທີ່ຍັງບໍ່ ທັນແຕກ.

ເຕັມຫນ້າ