ຣົດໄຟສາຍ ໜອງຄາຍ-ທ່ານາແລ້ງ ຂາດຄວາມນິຍົມ

ຣົດໄຟສາຍ ປະຫວັດສາດ ລາວ-ໄທ ບໍ່ໄດ້ຮັບຄວາມນິຍົມ ຈາກຜູ້ໂດຍສານ ຍ້ອນຂາດການ ໂຄສະນາ ປະຊາສັມພັນ.

ສາເຫດທີ່ສາຍ ຣົດໄຟລາວ-ໄທ ຂາດຄວາມນິຍົມ ຈາກຜູ້ໂດຍສານນັ້ນ ເຈົ້າໜ້າທີ່ຈາກ ອົງການຣົດໄຟ ແຫ່ງຊາດລາວ ເປີດເຜີຍວ່າ ເປັນຍ້ອນບໍ່ມີ ການໂຄສະນາ ປະຊາສັມພັນ ທີ່ດີພໍ ໃນທັງສອງ ປະເທດ. ນອກຈາກນີ້ ບໍຣິສັດ ຂົນສົ່ງໂດຍສານ ຝັ່ງໜອງຄາຍປະເທດໄທ ຍັງພຍາຍາມ ສົ່ງເສີມຊຸກຍູ້ ໃຫ້ຜູ້ໂດຍສານ ໃຊ້ບໍຣິການ ຜ່ານຂົວມິຕພາບ ຫລາຍກວ່າ ໂດຍໃຊ້ການ ບໍຣິການ ຣົດຈຳໂບ້ ແລະຣົດສອງແຖວ ທີ່ສະດວກແລະ ໄວກວ່າ. ເຈົ້າໜ້າທີ່ຈາກ ອົງການຣົດໄຟ ແຫ່ງຊາດລາວ ເວົ້າວ່າ:

"ບັນຫາເຂົາຂາຍປີ້ ເຂົາຢາກຂາຍຮອດ ແຕ່ໜອງຄາຍ ກໍຕໍ່ວ່າເຂົາຢູ່ ຕ້ອງໃຫ້ເຂົາຂາຍ ມາເຖິງວຽງຈັນ ທ່ານາແລ້ງ ຄົນຈະໄດ້ຮູ້ວ່າ ຂຶ້ນລວດດຽວເລີຍ ຄືຝຣັ່ງມັນບໍ່ຮູ້ ກໍຊື້ແຕ່ໜອງຄາຍ ມັນຕ້ອງມີຄົນ ອະທິບາຍດ້ວຍ ພວກເຮົາກໍຕ້ອງ ໄດ້ໂຄສະນາ".

ທ່ານເວົ້າຕື່ມວ່າ ນັກທ່ອງທ່ຽວຕ່າງຊາດ ທີ່ໃຊ້ສາຍຣົດໄຟ ເດີນທາງຈາກບ່ອນອື່ນ ເກືອບໝົດທຸກຄົນ ຈະລົງຢູ່ ສະຖານີຣົດໄຟ ໜອງຄາຍແລ້ວ ຕໍ່ຣົດຈຳໂບ ຫລື ສອງ ແຖວຜ່ານ ຂົວມິຕພາບ ລາວ-ໄທ ເຂົ້າໄປຫາ ນະຄອນຫລວງວຽງຈັນ ເພາະບໍ່ຮູ້ວ່າ ມີສາຍທາງຣົດໄຟ ໃຫ້ບໍຣິການ ຕໍ່ຈາກ ໜອງຄາຍຈົນເຖິງ ທ່ານາແລ້ງແລ້ວ ອັນນີ້ ກໍເປັນຄວາມບົກຜ່ອງ ທາງດ້ານ ການປະຊາສຳພັນ ແລະໂຄສະນາ ຫລືແນະນຳໃຫ້ ນັກທ່ອງທ່ຽວຮູ້ ກ່ອນທີ່ຈະຕັດ ສິນໃຈເດີນທາງ ໂດຍຣົດໄຟ.

ຜູ້ສື່ຂ່າວໄດ້ ສອບຖາມ ປະຊາຊົນ ແລະນັກທ່ອງທ່ຽວ ຢູ່ບໍລິເວນ ຂົວມິຕພາບ ລາວ-ໄທ ເມື່ອບໍ່ນານມານີ້ ເຖິງສາເຫດວ່າ ເປັນຫຍັງຣົດໄຟ ສາຍນີ້ ຈຶ່ງບໍ່ມີຄົນມາໃຊ້ ກໍພົບວ່າ ທັງທາງຝ່າຍ ລາວ ແລະໄທບໍ່ມີການ ປະຊາສຳພັນ ໂຄສະນາ ວ່າສາຍທາງຣົດໄຟ ດັ່ງກ່າວຍັງໃຫ້ການ ບໍລິການຢູ່ ແລະອີກສາເຫດ ນຶ່ງກໍແມ່ນຈາກ ສະຖານີ ທ່ານາແລ້ງ ບໍ່ມີຣົດໂດຍສານ ບໍລິການທີ່ສະດວກ ໄປຫາສະຖານທີ່ ຕ່າງໆເລີຍ. ຈຶ່ງບັງຄັບໃຫ້ ພວກຂະເຈົ້າໃຊ້ ເສັ້ນທາງ ໜອງຄາຍ-ວຽງຈັນ ຜ່ານຂົວມິຕພາບ ລາວ-ໄທ ຄືເກົ່າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org