ລົດຮັບຈ້າງ ໂກງຣາຄາ ນັກທ່ອງທ່ຽວ

ນັກທ່ອງທ່ຽວໃນ ສ.ປ.ປ.ລາວ ຖືກກຸ່ມຄົນ ຂັບລົດ ໂກງເງິນ ຄ່າໂດຍສານ ດ້ວຍການເກັບ ແພງກວ່າຕົວຈິງ ເຖິງສອງເທົ່າ.

ນັກ​ທ່ອງ​ທ່ຽວ​ໄທທ່ານ​ນຶ່ງ​ເປີດ​ເຜີຍ​ ໃຫ້​ຜູ້​ສື່​ຂ່າວວິທຍຸ​ເອ​ເຊັຍ​ເສລີຮູ້​​ເຖິງ ​ຄ່າ​ລົດ​ໂດຍສານຫລື ​ລົດ​ຕຸກໆ ສຳລັບ​ ນັກ​ທ່ອງ​ທ່ຽວທີ່ໄປ​ທ່ອງທ່ຽວ ນະຄອນຫລວງ​ວຽງຈັນສ.ປ.ປ.ລາວ​ວ່າ​ແພງກວ່າ​ ລາຄາ ​ທຳ​ມະ​ດາ​ຫລາຍ:

" ຄ່າ ລົດ ໂດຍສານ ທີ່ ວຽງຈັນ ທີ່ ເຄີຍ ໄປ ທ່ຽວ ໄປ ຖາມ ລາຄາ ເຂົາ ບອກ ລາຄາ ທີ່ ແພງ ຫລາຍ ກວ່າ ທຳ ມະ ດາ ເພາະວ່າ ພໍ ຖາມ ຄົນ ທ້ອງ ຖິ່ນ ເຊັ່ນ ພວກ ແມ່ ຄ້າ ທີ່ ບໍ່ ແມ່ນ ເຈົ້າຂອງ ລົດ ເຂົາ ບອກ ວ່າ ລາຄາ ນັ້ນ ແພງ ຂື້ນ ເຖິງ 2 ເທົ່າ . "

ນອກຈາກ ​ການຂື້ນ ຄ່າ​ໂດຍສານ ​ສູງ​ກວ່າແລ້ວທ່ານຍັງ​ວ່າມີ​ກຸ່ມ​ພໍ່ຄ້າ ​ຫົວ​ໃສ ​ໄດ້​ເຂົ້າມາ​ເຮັດ​ແບບສະໜິດສະໜົມ​ແລະ​ ຫລອກ​ຂາຍຂອງ ​ດ້ວຍ​ລາຄາທີ່​ແພງ​ກວ່າ ​ລາຄາ​ ຢູ່​ທ້ອງ​ຕະຫລາດ ທົ່ວ​ໄປ​ຫລາຍ​ເທົ່າ.

ດັ່ງນັ້ນທ່ານຈຶ່ງ​ເຕືອນ ​ຜູ້​ທີ່​ຈະ​ໄປ​ທ່ອງ​ທ່ຽວ ​ວ່າມີ​ຄວາມ​ຈຳ​ເປັນ ​ຢ່າງ​ຍິ່ງທີ່​ຄວນສຶກສາ ​ໃຫ້​ຮູ້​ ຄ່າ​ໂດຍສານ​ແລະ ​ລາຄາ​ສິນຄ້າ ​ໃນ​ລາວ ​ແບບ​ພາງໆ​ ເອົາ​ໄວ້​ ກ່ອນທີ່​ ຈະ​ໄປ​ທ່ຽວ. ພ້ອມ​ກັນນັ້ນທ່ານສົມພົງຈັນ​ພານິດນັກທຸລະ​ກິດ​ໄທຢູ່​ນະຄອນຫລວງ​ວຽງຈັນກໍ​ໄດ້​ກ່າວ​ເຖິງ ​ປະສົບ​ປະການ ​ຂອງ​ນັກ​ທ່ອງ​ທ່ຽວ​ໄທທີ່​ໄດ້ ​ປະ​ເຊີນ​ມາ​ວ່າ:

"ທ່ານ ວ່າ ມັນ ຕ້ອ ມາ ຢູ່ດົນໆ ແບບ ນີ້ ແລ້ວຈະ ຮູ້ ເວລາ ເຂົາ ຮູ້ ເຮົາ ແລ້ວ ເຂົາ ຈະ ບໍ່ກ້າ ໂກງ . ຖ້າ ແບບ ນັກ ທ່ອງ ທ່ຽວ ໄປ ມັນ ກໍ ເປັນ ວັດທະ ຈັກ ຄື ເຮົາ ໄປ ທ່ຽວບ່ອນ ອື່ນ ມັນ ກໍ ເປັນໝູ ໃຫ້ ພວກ ເຂົາ"

ທ່ານວ່າການ​ທີ່ ​ນັກ​ທ່ອງ​ທ່ຽວ​ຖືກ​ກຸ່ມ​ພໍ່ຄ້າ ​ຕາມ​ຕະຫລາດຫລື ​ກຸ່ມ​ຄົນ ​ຂັບ​ລົດ​ຮັບຈ້າງກົ່ງ​ລາຄາ ​ສິນຄ້າຫລື​ ຂື້ນຄ່າ ​ໂດຍສານທີ່​ແພງ​ກວ່າ​ ລາຄາ​ປົກກະຕິ ​ຫລາຍ​​ເປັນເທົ່າຕົວ​ນັ້ນກໍ​ເປັນ​ ເລື່ອງ​ທຳ​ມະ​ດາ​ເພາະ​ວ່າກຸ່ມ​ພໍ່ຄ້າ​ແລະ ​ກຸ່ມ​ຄົນ ​ຂັບ​ລົດ​ຮັບຈ້າງ​ແມ່ນ​ນິຍົມ ​ຫາ​ລາຍ​ໄດ້ ​ເພີ້ມ​ເຕີມ ຈາກ​ການ​ຂື້ນລາຄາ ​ສຳລັບ ​ນັກ​ທ່ອງ​ທ່ຽວ ມາ​ໂດຍ​ຕະຫລອດ ຢູ່​ແລ້ວ.