ນາງສາວງາມ ເອເຊັຽ-ອະເມຣິກາ ປະຈໍາປີ 2009

ນາງສາວງາມ ເອເຊັຽ-ອະເມຣິກາ ປະຈໍາປີ 2009 ເຊື້ອຊາດລາວ ເຜີຍເຖິງຄວາມຮູ້ສຶກ ກ່ຽວກັບການເຂົ້າປະກວດ ນາງງາມ ຄັ້ງທີ 24 ທີ່ນະຄອນ San Francisco ສະຫະຣັຖ ອະເມຣິກາ.

ນາງສາວງາມເອເຊັຽອະເມຣິກັນປະຈຳປີ2009ເອມີ ຈັນທະພາວົງ Amy Chanthaphavong MISS ASIAN AMERICA 2009 Photo: RFA

ເອມີ ຈັນທະພາວົງ  ຜູ້ຊຶ່ງຖືກຄັດເລືອກ ເປັນນາງສາວງາມ ເອເຊັຽ-ອະເມຣິກາ ປະຈໍາປີ 2009 ທີ່ຈັດຂຶ້ນຢູ່ ນະຄອນ San Fransisco ເມື່ອວັນທີ 8 ສິງຫາ 2009.

ເອມີໄດ້ເດີນທາງ ຈາກນິວຍ໊ອກ ມາຮອດ ນະຄອນຫລວງ ວໍຊິງຕັນ ສະຫະຣັດ ອະເມຣິກາ ເພື່ອ ຮ່ວມປະກອນສ່ວນ ໃນງານປະຈຳປີ ຂອງມູນນິທິ ມໍຣະດົກລາວ ແລະໄດ້ ເຂົ້າມາຢ້ຽມຢາມ ສຖານີວິທຍຸ ເອເຊັຽເສຣີ. ເອມີໄດ້ເລົ່າເຖິງ ຄວາມຮູ້ສຶກ ໃນການປະກວດ ນາງສາວງາມວ່າ ການປະກວດນັ້ນ ແມ່ນໃຫ້ຄວາມ ສໍາຄັນດ້ານຄວາມຮູ້ ເທົ່າໆກັບຄວາມງາມ. 

ໃນວັນປະກວດ ກັມມະການ ໄດ້ຕັ້ງຄຳຖາມ ເອມີວ່າ: “ຄວາມງາມແບບ ທັມມະຊາດ” ເອມີຈະຕີຄວາມໝາຍ ວ່າຢ່າງໃດ? ເອມີອະທິບາຍວ່າ:

“ຜູ້ຍີງງາມທັມມະຊາດ ບໍ່ແມ່ນງາມແຕ່ ພາຍນອກ ແຕ່ງາມ ທາງພາຍໃນນໍາ ແລະຜູ້ຍີງທີ່ງາມ ທັມມະຊາດນີ້ ແມ່ນຄົນທີ່ມີ confidence ໃນໂຕເອງ ບໍ່ຢ້ານ ເຊື່ອໝັ້ນຕົນເອງ ແລະຜູ້ຍີງທີ່ຢືນ ຢູ່ເທິງເວທີນີ້ ລ້ວນແລ້ວແຕ່ ເປັນຜູ້ຍີງ ທີ່ມີຄວາມງາມ ແບບທັມມະຊາດ”

ໃນການຂຶ້ນເວທີ ປະກວດນັ້ນ ເອມີ ກໍໄດ້ນຸ່ງຊຸດລາວ 2ຊຸດ ໂດຍແມ່ເປັນຜູ້ ອອກແບບໃຫ້. ສ່ວນຊຸດອຶ່ນ ເຊັ່ນຊຸດອາບນໍ້າ ເອມີ ເປັນຜູ້ເລືອກເອງ ເພາະມີເວລາ ພຽງ1ສັປດາ ໃນການ ຫ້າງຫາກະຕຣຽມ. ເອມີເລົ່າເຖິງ ຄວາມຮູ້ສຶກ ໃນຕອນຂຶ້ນເວທີ ປະກວດວ່າ ມີທັງຕອນທີ່ ຮູ້ສຶກສະບາຍໃຈ ແລະກະວົນກະວາຍ ໃຈທີ່ສຸດ:

“ຕອນຂະນ້ອຍຟ້ອນ ໜັກໃຈຕຶ່ນເຕັ້ນ ບາດຍົກແຂນຂາ. ສະບາຍໃຈທີ່ສຸດ ແມ່ນຕອນໃສ່ ຊຸດລາວລະກະ ອອກມາຟ້ອນ ຟ້ອນອວຍພອນ ປີໃໝ່.”

ເອມີ ເປັນນາງສາວງາມ Asia-America ເຊື້ອສາຍລາວ ຄົນທໍາອິດ, ປັດຈຸບັນ ເອມີ ທັງຣຽນທັງເຮັດວຽກ ເປັນຜູ້ຈັດການ operation manager ໃນບໍຣິສັດ ພັທນາ Software Development ໃນກຸງນິວຢອກ. 

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org